ບໍລິຄຳໄຊ ສະຫຼຸບບັ້ນເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ປະຕິບັດສຳເລັດ 100%

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ການເຄື່ອນໄຫວວຽກງານຮອບດ້ານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແມ່ນໄດ້ສຸມໃສ່ໃນການຜັນຂະຫຍາຍສ້າງນິຕິກຳ, ເອກະສານ ເພື່ອເປັນເຄື່ອງມືຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງ ເປັນຕົ້ນ ມະຕິຄະນະປະຈຳພັກແຂວງ ວ່າດ້ວຍການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຜູ້ປະຈຳການ ແລະ ອະນຸກຳມະການຕ່າງໆ, ນອກນັ້ນ ຍັງໄດ້ສ້າງນິຕິກຳຍ່ອຍ ລວມທັງໝົດ 80 ກວ່າສະບັບ ແລະ ໜ່ວຍປ່ອນບັດເລືອກຕັ້ງທົ່ວແຂວງ ມີ 201 ໜ່ວຍ ໃນນັ້ນ ເມືອງປາກຊັນ 32 ໜ່ວຍ, ທ່າພະບາດ 18 ໜ່ວຍ, ປາກກະດິງ 26 ໜ່ວຍ, ບໍລິຄັນ 43 ໜ່ວຍ, ຄຳເກີດ 40 ໜ່ວຍ, ວຽງທອງ 25 ໜ່ວຍ, ໄຊຈໍາພອນ 8 ໜ່ວຍ, ກອງບັນຊາການ ປກຊ ແຂວງ 8 ໜ່ວຍ ແລະ ປກສ ແຂວງ 1 ໜ່ວຍ.

ທົ່ວແຂວງມີພົນລະເມືອງ 311.119 ຄົນ ຍິງ 152.763 ຄົນ, ຜູ້ທີ່ມາໃຊ້ສິດປ່ອນບັດຕົວຈິງໃນວັນທີ 21 ກຸມພາ 2021 ມີ 171.037 ຄົນ ຍິງ 84.111 ຄົນ. ມີສະມາຊິກສະພາແຫ່ງຊາດ ລົງສະໝັກ 10 ທ່ານ ມາຈາກສູນກາງ 3 ທ່ານ ຂັ້ນແຂວງ 7 ທ່ານ ເລືອກໄດ້ 7 ທ່ານ ແລະ ສສຂ 39 ທ່ານ ເລືອກໄດ້ 25 ທ່ານ ທີ່ເປັນຕົວແທນໃຫ້ແກ່ 7 ເມືອງ.

ສສຊ ຊຸດທີ 9 ສາມາດລົງເຄື່ອນໄຫວຫາສຽງໄດ້ 25 ຈຸດ ໃນນັ້ນ ປະກອບມີ 2 ກອງບັນຊາການ, 1 ກົມກອງຂອງສູນກາງ, 1 ສຳນັກງານຂັ້ນແຂວງ, 7 ສຳນັກງານຂັ້ນເມືອງ, ມີ 14 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 5.065 ຄົນ ຍິງ 1.851 ຄົນ ແລະ ສສຂ ສາມາດປະຕິບັດໄດ້ 136 ຈຸດ ໃນນັ້ນ ມີກໍາລັງ ປກຊ-ປກສ 8 ຈຸດ, ສຳນັກງານຂັ້ນແຂວງ 1 ຈຸດ, ສຳນັກງານຂັ້ນເມືອງ 6 ຈຸດ ຂັ້ນບ້ານ 116 ຈຸດ ມີ 136 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 17.890 ຄົນ ຍິງ 7.562 ຄົນ.

ການເລືອກຕັ້ງ ໄດ້ມີບັນຍາກາດຟົດຟື້ນ, ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າຮ່ວມ ເລີ່ມແຕ່ພິທີການເປີດຫີບປ່ອນບັດ ຢ່າງມີຄວາມກະຕືລືລົ້ນ ໃນການປະຕິບັດສິດໜ້າທີ່ຂອງຕົນເອງ ຈົນເຖິງເວລາປິດຫີບບັດ ແລະ ຮັບປະກັນ ປະຕິບັດໄດ້ 3 ຄາດໝາຍ 100%, ສໍາລັບການລາຍງານຜົນການນັບຄະແນນ ພົ້ນເດັ່ນແມ່ນເມືອງໄຊຈໍາພອນ, ວຽງທອງ, ທ່າພະບາດ ແລະ ເມືອງຄຳເກີດ ເນື່ອງຈາກຕົວເລກມີຄວາມລະອຽດ ແລະ ທັນກັບເວລາ.

ບັນດາທ່ານ ສສຂ ຊຸດທີ 2 ນີ້ ແມ່ນສັງກັດຢູ່ພະແນກການຕ່າງໆຂອງແຂວງ ຈຳນວນ 9 ທ່ານ, ຂັ້ນເມືອງ 15 ທ່ານ ຍິງ 5 ທ່ານ ແລະ ເປັນຕົວແທນມາຈາກລັດວິສາຫະກິດ 1 ທ່ານ ພ້ອມນີ້ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 1 ໄດ້ສືບຕໍ່ຮັບການເລືອກຕັ້ງ ມີຈຳນວນ 7 ທ່ານ ກວມເອົາ 28% ຂອງຈຳນວນສະມາຊິກສະພາປະຊາຊົນແຂວງຊຸດທີ 2.

About admins16