ບໍລິຄຳໄຊ ສະຫຼຸບຄືນວຽກງານການຄຸ້ມຄອງ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

ກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດ-ຄຳເຫັນ ຜົນການຈັດຕັ້ງປະຕິບັດວຽກງານ ຂອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ໄດ້ຈັດຂຶ້ນໃນສວັນທີ 19 ກຸມພາ 2021 ທີ່ຫ້ອງຫ້ອງປະຊຸມ ເບີ 2 ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂັ້ນແຂວງ ມີຄະນະກຳມະການຄຸ້ມຄອງ, ຕາງໜ້າໃຫ້ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອຢູ່ແຂວງບໍລິຄຳໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ວຽກງານການຄຸ້ມຄອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ໃນປີ 2020, ແຂວງບໍລິຄໍາໄຊ ມີອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມມີ 12 ອົງການ ໃຫ້ທຶນ ແລະ ມີ 12 ໂຄງການພັດທະນາ ໃນນັ້ນ ກະຊວງເປັນຄູ່ຮ່ວມງານ 8 ໂຄງການ, ພະແນກການເປັນຄູ່ຮ່ວມງານ ໂຄງການ, ໂຄງການສະເໜີຮັບໃໝ່ 2 ໂຄງການ, ແຂວງຮັບຮອງແລ້ວ ລໍຖ້າກະຊວງການຕ່າງປະເທດອະນຸມັດ.

ການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກໍາຢູ່ 6 ເມືອງ ຄື: ເມືອງປາກຊັນ, ບໍລິຄັນ, ປາກກະດິງ, ຄຳເກີດ, ວຽງທອງ ແລະ ເມືອງໄຊຈໍາພອນ, ບັນດາກິດຈະກໍາຂອງໂຄງການ ສ່ວນຫຼາຍແມ່ນຈັດຕັ້ງປະຕິບັດຢູ່ 3 ເມືອງພູດອຍ, ໃນນັ້ນ ມີ 3 ຂະແໜງການອ້ອມຂ້າງແຂວງເປັນຄູ່ຮ່ວມງານ, ສ່ວນໃຫຍ່ໃຫ້ການຊ່ວຍເຫຼືອເຂົ້າໃນພັດທະນາຂົງເຂດສຶກສາ, ສາທາລະນະສຸກ, ດ້ານການຜະລິດກະສິກຳ, ການສ້າງອາຊີບເສີມ, ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາພື້ນຖານໂຄງລ່າງ ມູນຄ່າການຊ່ວຍເຫຼືອທັງຫມົດ ປະມານ 75 ຕືກວ່າກີບ.

ຫຼັງຈາກນັ້ນ ຜູແທນກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດ-ຄໍາເຫັນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດບັນດາໂຄງການຢູແຂວງບໍລິຄຳໄຊ, ການປະສານງານລະຫວ່າງອົງການ, ໂຄງການພັດທະນາກັບພາກລັດ, ການອຳນວຍຄວາມສະດວກ ດ້ານການບໍລິການເອກະສານຕ່າງໆຂອງພາກລັດ, ການເພີ່ມຄວາມລະອຽດດ້ານເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນເປັນຫຼັກ ແລະ ວຽກງານອື່ນໆ ທັ້ງນີ້ກໍ່ເພື່ອເປັນການຊອກຫາບັນດາຂໍ້ຄົງຄ້າງ ແນໃສ່ນຳໄປປັບປຸງແກ້ໄຂ ແລະ ພັດທະນາວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ.

About admins14