ບໍລິຄຳໄຊ ສອບເສັງນັກຮຽນເກັ່ງ ສາຍສາມັນ

ເພື່ອເປັນການຄັດເລືອກເອົານັກຮຽນດີ-ຮຽນເກັ່ງປະສົກປີ 2020-2021 ໃນຕອນເຊົ້າຂອງວັນທີ 26 ກຸມພາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ.7 ປະຈຳປີ 2021 ຂຶ້ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ນັກສອບເສັງ ຊັ້ນປະຖົມ ປ.5 ມີຕົວແທນທັງໝົດ 63 ຄົນ ຍິງ 40 ຄົນ ສອບເສັງ ວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ, ຊັ້ນ ມ.4 ມີ 28 ຄົນ ຍິງ 17 ຄົນ, ຊັ້ນ ມ.7 ມີ 28 ຄົນ ຍິງ 9 ຄົນ ສອບເສັງວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.

ການສອບເສັງແມ່ນໄດ້ດຳເນີນເປັນເວລາ 1 ວັນເຕັມ ແລະ ສາມາດສະຫຼຸບຜົນໄດ້ຄື: ຊັ້ນປະຖົມ ປ.5 ວິຊາຄະນິດສາດ ອັນດັບທີ 1 ນາງ ວານິຕາ ຍົດຕິທຳ ຈາກເມືອງປາກກະດິງ, ທີ 2 ນາງ ມິດ ແສນສົມບັດ ແລະ ທີ 3 ນາງ ສີປະໄພ ໂອໄຊ ຈາກເມືອງປາກຊັນ ວິຊາພາສາລາວ ທີ 1 ນາງນໍ້າຫວານ ໄຊວິເສດ ເມືອງທ່າພະບາດ, ທີ 2 ນາງ ເມສາ ມາໄລທອງ ເມືອງທ່າພະບາດ, ທີ 3 ນາງ ໄຂ່ມຸກ ຈຸນລະມະນີ ເມືອງປາກຊັນ, ວິຊາໂລກອ້ອມຕົວ ທີ 1 ທ້າວ ກົງສີ ໄຊຍະວົງ ເມືອງປາກຊັນ, ທີ 2 ນາງ ບິວ ວິລາວັນ ເມືອງວຽງທອງ ແລະ ທີ 3 ນາງ ເພັດມະນີ ພົມມະລີ ເມືອງປາກຊັນ.

ຊັ້ນມັດທະຍົມຕົ້ນ ມ.4 ວິຊາຄະນິດສາດ ອັນດັບ 1 ທ້າວ ໃສຢ່າງ ເຈ້ຍມົວ ຈາກເມືອງປາກກະດິງ, ທີ 2 ນາງ ນິລະມົນ ແກ້ວມະນີ ເມືອງປາກຊັນ, ທີ 3 ນາງ ນາລີ ວ່າງໜາວເຢັ້ງ ເມືອງຄຳເກີດ, ວິຊາພາສາລາວ+ວັນນະຄະດີ ອັນດັບ 1 ນາງ ສຸດທິດາ ມີໄຊພົນ ຈາກເມືອງຄໍາເກີດ, ທີ 2 ນາງ ອິນຕາ ຫຼວງສຸວັນນະວົງ ເມືອງບໍລິຄັນ, ທີ 3 ນາງ ວິດາວັນ ສັນຕິວົງ ເມືອງປາກຊັນ, ວິຊາຟີຊິກສາດ ອັນດັບ 1 ນາງ ຈີນດາ ວື່ຈົງຕູ້ ຈາກເມືອງຄຳເກີດ, ທີ 2 ທ້າວ ສີວົງສຸກເຮີ ວາຮືຕົງລົງ ເມືອງປາກກະດິງ, ທີ 3 ທ້າວ ນາເຮີ ເມືອງບໍລິຄັນ, ວິຊາເຄມີສາດ ອັນດັບ 1 ນາງ ຈີເອ້ຍທ່າວ ເພຍຫຼວງ ຈາກເມືອງປາກກະດິງ, ທີ 2 ທ້າວ ໂອບີ ຄຸນຄໍາຫຼ້າ ເມືອງຄໍາເກີດ ແລະ ອັນດັບ 3 ໄດ້ທ້າວ ພົງສະກອນ ອິນທະວົງສາ ຈາກເມືອງປາກຊັນ.

ສຳລັບ ຊັ້ນມັດທະຍົມປາຍ ມ.7 ວິຊາຄະນິດສາດ ອັນດັບ 1 ທ້າວ ກູ້ຊົ່ງ ປ່າເຢັ່ງ ຈາກເມືອງຄຳເກີດ, ທີ 2 ນາງ ພອນມະນີ ຄຳມະວົງແສງ ເມືອງວຽງທອງ, ທີ 3 ທ້າວ ເມັ່ງເຮີ ຈະເລີນເຢ່ຍປ່າວເຮີ ເມືອງປາກກະດິງ, ພາສາລາວ+ວັນນະຄະດີ ອັນດັບ 1 ນາງ ອຳພອນ ພົມມະລາ, ທີ 2 ທ້າວ ໄມສີ ຄຳພູວົງ, ທີ 3 ທ້າວ ສອນອານັນ ບຸດຈະເລີນ ເມືອງຄຳເກີດ, ຟີຊິດສາດ ອັນດັບ 1 ທ້າວ ບຸນມີ ຊົ່ງ ເມືອງຄຳເກີດ, ທີ 2 ທ້າວ ໄມວັນ ສຶກມະນວນ, ທີ 3 ທ້າວ ດຸສິດ ວິສຸດທິວົງ ເມືອງບໍລິຄັນ, ເຄມີສາດ ອັນດັບ 1 ທ້າວ ເມັ່ງວື່ ໄຊສີ, ທີ 2 ລິຫຼືລໍ່ ຈົງເຕັງ ເມືອງບໍລິຄັນ ແລະ ອັນດັບ 3 ທ້າວ ກົວ ເຍ່ຍລໍ່ວ່າງ ຈາກເມືອງວຽງທອງ.

About admins16