ບໍລິຄຳໄຊ – ວຽງຈັນ ຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ

ໃນວັນທີ 15 ກຸມພາ 2023 ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ ພ້ອມຄະນະ ໄດ້ເຂົ້າພົບທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມແຈ້ງຈຸດປະສົງການມາເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ.

ໂອກາດດັ່ງກ່າວນີ້ ທ່ານ ຄຳພັນ ສິດທິດຳພາ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໂດຍຫຍໍ້ ໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊໄດ້ຮັບຊາບ ພ້ອມທັງສະເໜີໃຫ້ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທັງສອງແຂວງຈົ່ງໄດ້ປຶກສາຫາລື ຖອດຖອນໄດ້ບົດຮຽນທີ່ພົ້ນເດັ່ນໃນແຕ່ລະດ້ານນໍາໄປຈັດຕັ້ງປະຕິບັດໃນທ້ອງຖິ່ນຂອງຕົນ.

ໃນຕອນເຊົ້າຂອງວັນທີ 16 ກຸມພາ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ວຽງຈັນຄະນະຜູ້ແທນທັງສອງແຂວງ ໄດ້ດຳເນີນກອງປະຊຸມຖອດຖອນບົດຮຽນຮ່ວມກັນ ເຊີ່ງແຂວງບໍລິຄຳໄຊ ນຳໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ ແລະ ແຂວງວຽງຈັນ ນຳໂດຍ ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ ມີຄະນະຮັບຜິດຊອບວຽງງານ 2 ແຂວງ ເຂົ້າຮ່ວມ.

ກອງປະຊຸມ ຜູ້ຕາງໜ້າຮັບຜິດຊອບວຽກງານໄດ້ລາຍງານວຽກງານທີ່ພົ້ນເດັ່ນ ແລະ ບາງຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໃນປີຜ່ານມາ, ແຂວງ ວຽງຈັນປະກອບມີ 11 ເມືອງ, 428 ບ້ານ, ແບ່ງເປັນ 32 ກຸ່ມບ້ານ, ມີ 82.285 ຄອບຄົວ, ມີ 3 ເຂດຈຸດສູມພັດທະນາຂອງແຂວງ, ປະຈຸບັນໄດ້ ປະກາດຢັ້ງຢືນສິນຄ້າໂອດັອບແຫ່ງຊາດຢູ່ 10 ເມືອງ, ມີ 19 ຫົວໜ່ວຍ, 62 ຜະລິດຕະພັນ, ປະກາດບ້ານແບບຢ່າງສາທາລະນະສຸກ 395 ບ້ານ, ສ້າງບ້ານວັດທະນາທຳໄດ້ 410 ບ້ານ ເທົ່າກັັບ 97,15%, ລາຍຮັບຈາການທ່ອງທ່ຽວປີ 2022 ໄດ້ 22 ຕື້ກວ່າກີບ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 8 ກຸ່ມ, ມີ 37 ບ້ານ, ປະກາດຮັບຮອງບ້ານປອດຢາເສບຕິດ 285 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 280 ບ້ານ.

ທົ່ວແຂວງ ມີບ້ານພົ້ນທຸກ 428 ບ້ານ, ຄອບຄົວພັດທະນາ 59.646 ຄອບຄົວ, ຄອບຄົວພົ້ນທຸກ 75.182 ຄອບຄົວ ເທົ່າກັບ 91,27%, ປະຈຸບັນ ກກໍາລັງສູມໃສ່ການສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດຈຳນວນ 7 ຈຸດ, ສົ່ງເສີມຈັດຕັ້ງກຸ່ມສະຫະກອນຜະລິດເປັນສິນຄ້າ ແລະ ກອງທຶນພັດທະນາບ້ານຈຳນວນ 180 ກຸ່ມ, ມີ 163 ບ້ານ, ໃນນັ້ນ ກຸ່ມປູກ 119 ກຸ່ມ, ກຸ່ມລ້ຽງ 32 ກູ່ມ, ປຸງແຕ່ງ 1 ກຸ່ມ ແລະ 1 ສະຫະກອນ, ປະຈຸບັນ ໄດ້ກຳນົດເອົາ 60 ບ້ານເປົ້າໝາຍ ເປັນບ້ານ 3 ສ້າງ.

ກອງປະຊຸມ ຜູ້ແທນສອງແຂວງ ໄດ້ຍົກຫຼາຍບັນຫາມາປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ການປັບປຸງລະບົບການເມືອງຂັ້ນຮາກຖານບ້ານ, ການສ້າງຄວາມເຂັ້ມແຂງວຽກງານປກຊ-ປກສ ຂັ້ນບ້ານ, ການຈັດຕັ້ງປະຕິບັດລົງກໍ່ສ້າງຮາກຖານຂັ້ນແຂວງ, ເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ, ການຄັດເລືອກສ້າງບ້ານໃຫຍ່ເປັນສີສັນຕົວເມືອງນ້ອຍໃນຊົນນະບົດ, ການແກ້ຄວາມທຸກຍາກ,  ຄອບຄົວອານາຖາ, ການຊຸກຍູ້, ສົ່ງເສີມສ້າງຄອບຄົວຕົວແບບ, ເງື່ອນໄຂການກຳນົດ ສ້າງຈຸດສຸມຂອງແຂວງ, ຂອງເມືອງ ແລະ ການແບ່ງຂັ້ນຄູ້ມຄອງ ຄວາມຮັບຜິດຊອບລະຫວ່າງແຂວງກັບເມືອງ, ເມືອງກັບບ້ານ ແລະ ບັນດາພະແນກການ ເພື່ອເປັນຂໍ້ມູນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ຈະໄດ້ນຳໄປຈັດຕັ້ງປະຕິບັດຢູ່ຮາກຖານທ້ອງຖີ່ນຂອງຕົນ.

About admins14