ບໍລິຄຳໄຊ ມີຄອບຄົວພົ້ນທຸກແລ້ວ ຫລາຍກ່ວາ 96%

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ, ຂັ້ນເມືອງ, ພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2021 ເຫັນວ່າ ຄະນະພັກ, ອົງການປົກຄອງທຸກຂັ້ນ, ໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວຢ່າງແຂງແຮງ, ເປັນວຽກງານຍຸດທະສາດ, ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ໂດຍມີແຜນງານ, ມີຈຸດສຸມ ມີຄາດໝາຍ, ມີບາດກ້າວ – ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ.

ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ແຂວງມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແລະ ປະຊາຊົນມີອາຊີບໝັ້ນຄົງ, ໃນ 1 ປີຜ່ານມາ ໄດ້ສຸມໃສ່ໃນການພັດທະນາພື້ນຖານໂຄງລ່າງ ລວມທັງໝົດ 35 ໂຄງການ ມູນຄ່າ 4.693 ຕື້ກວ່າກີບ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ຢູ່ເຂດຊົນນະບົດທຸກຍາກ ຫ່າງໄກສອກຫຼີກ ແລະ ເຂດບ້ານຈຸດສຸມຈຳນວນໜຶ່ງ ຊຶ່ງກວມເອົາ 10 ຈຸດສຸມ, 60 ບ້ານ 7.972 ຄອບຄົວ, ແກ້ໄຂຄອບຄົວທຸກຍາກໄດ້ 903 ຄອບຄົວ, ລື່ນແຜນ 178 ຄອບຄົວ, ທົ່ວແຂວງມີຄອບຄົວພົ້ນທຸກ 55.414 ຄອບຄົວ, ກວມ 96,09%, ສ້າງບ້ານພົ້ນທຸກໄດ້ 11 ບ້ານ, ລື່ນແຜນ 7 ບ້ານ ແລະ ໄດ້ຊ່ວຍເຫຼືອບັນເທົາທຸກຄອບຄົວອະນາຖາ 11 ຄອບຄົວ.

ສ້າງຄອບຄົວພັດທະນາໄດ້ 1.715 ຄອບຄົວ ລື່ນແຜນ 820 ຄອບຄົວ, ສ້າງບ້ານພັດທະນາໄດ້ 9 ບ້ານ, ບ້ານພັດທະນາທັງໝົດ 226 ບ້ານ ກວມ 79,57%, ການປະເມີນແຂວງເປັນຫົວໜ່ວຍຍຸດທະສາດຕາມ 7 ດ້ານ ແຂວງບໍລິຄຳໄຊບັນລຸໄດ້ 6 ດ້ານ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ: ເມືອງບັນລຸ 4 ດ້ານ ມີ 3 ເມືອງ, ບັນລຸ 3 ດ້ານ ມີ 2 ເມືອງ, ບັນລຸ 2 ດ້ານ ມີ 1 ເມືອງ ແລະ ບໍ່ບັນລຸຈັກດ້ານມີ 1 ເມືອງ.

ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ: ບ້ານພັດທະນາ 4 ດ້ານມີ 213 ບ້ານ ກວມເອົາ 75% ຂອງຈຳນວນບ້ານໃນທົ່ວແຂວງ, ທຽບໃສ່ປີ 2020 ເພີ່ມຂຶ້ນ 37 ບ້ານ, ບ້ານພັດທະນາ 3 ດ້ານ ມີ 37 ບ້ານ, ບ້ານພັດທະນາ 2 ດ້ານ ມີ 17 ບ້ານ, ບ້ານພັດທະນາ 1 ດ້ານ ມີ 12 ບ້ານ ແລະ ບ້ານທີ່ບໍ່ບັນລຸຈັກດ້ານມີ 5 ບ້ານ.

ນອກນັ້ນ ວຽກງານພັດທະນາຈຸດສຸມ, ວຽກງານຄຸ້ມຄອງກອງທຶນ, ກຸ່ມ, ສະຫະກອນ, ວຽກງານສະນຳ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ແລະ ພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

ໃນກອງປະຊຸມ ກໍ່ຍັງໄດ້ຮັບຟັງການລາຍງານບາງວຽກງານພົ້ນເດັ່ນ ຈາກບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມນັ້ນ ຍັງມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ຈຸດປະສົງ ກໍ່ເພື່ອສົ່ງເສີມວຽກງານດ້ານດີ, ຮັບປະກັນບາງຂໍ້ຄົງຄ້າງ ໄດ້ຮັບການປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບທັງປະລິມານ ແລະ ຄຸນນະພາບ.

About admins14