ເຊີນທ່ຽວບຸນຊ່ວງເຮືອ ອອກພັນສາປະວໍລະນາ ພສ 2565 ທີ່ ເມືອງປາກຊັນ

ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກຊັນ ຕາງໜ້າອົງການປົກຄອງເມືອງປາກຊັນ ຂໍຖືເປັນກຽດຢ່າງສູງ ແຈ້ງຂ່າວດີມາຍັງບັນດາທ່ານຜູ້ນຳພັກ – ລັດ, ພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງບໍລິຄຳໄຊ ເວົ້າລວມ, ເວົ້າສະເພາະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງປາກຊັນຊາບວ່າ: ໃນການຫ້າງຫາກະກຽມບຸນອອກພັນສາປະຈຳປີ ພສ 2565 ໂດຍໄດ້ຮັບການມອບໝາຍຈາກອົງການປົກຄອງແຂວງບໍລິຄຳໄຊ ມອບໃຫ້ເມືອງປາກຊັນ ປະສານສົມທົບກັບສະພາການຄ້າ ແລະ ອຸດສະຫະກຳແຂວງ ເປັນໃຈກາງປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງ ເປັນເຈົ້າການຫ້າງຫາກະກຽມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດບຸນຊ່ວງເຮືອອອກພັນສາປະຈຳປີ ພສ 2565 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ.

ຈຸດປະສົງ ເປັນການປົກປັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລີຍໆ ທັງເປັນກຳລັງແຮງສັງລວມໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືພັດທະນາແຂວງບໍລິຄຳໄຊ ໃຫ້ມີການພັດທະນາດີຂຶ້ນຕາມແນວທາງຂອງພັກ – ລັດ, ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວແຂວງບໍລິຄຳໄຊໃຫ້ຫຼາຍຂຶ້ນ.

ບຸນຊ່ວງເຮືອບຸນອອກພັນສາປະວໍລະນາ ພສ 2565 ປີ ຄສ 2022 ນີ້ ແຂວງບໍລິຄຳໄຊ ຈະໄດ້ຈັດຂຶ້ນໃນວັນທີ່ 9 – 10 ຕຸລາ 2022 ຢູ່ທີ່ປາກນ້ຳຊັນ ບ້ານປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ກົງກັບມື້ຂຶ້ນ 14 – 15 ຄ່ຳ ເດືອນ 11 ພສ 2565, ຈັດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ – ລັດ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງສູນກາງພັກ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ອັນພົ້ນເດັ່ນປີ 2022 ນີ້ ເປັນປີແຫ່ງການເສີມຂະຫຍາຍສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ.

ຂ້າພະເຈົ້າຕາງໜ້າຄະນະປະທານຈັດງານບຸນ ຂໍເຊີນຊວນບັນດາທ່ານການນຳພັກ – ລັດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ມາທ່ຽວງານບຸນຊ່ວງເຮືອອອກພັນສາທີ່ໄດ້ຈັດຂຶ້ນໃນວັນ 9-10 ຕຸລາ 2022 ນີ້ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ກວ້າງຂວາງ.

ຂໍຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມໃນງານບຸນຄັ້ງນີ້ ຈົ່ງເປັນເຈົ້າການຊ່ວຍກັນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນບໍ່ໃຫ້ມີເຫດຮ້າຍໃດໆເກີດຂຶ້ນໃນງານ, ພ້ອມກັນປົກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃຫ້ຢືນຍົງຄົງຕົວຢູ່ກັບຊາດລາວຄົນລາວຕະຫຼອດການລະນານ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີສະຕິລະວັງຕົວສູງ ນັບທັງເຮືອນຊານບ້ານຊ່ອງ ແລະ ໃນງານບຸນ ໃຫ້ມີການແບ່ງຢູ່ແບ່ງໄປ, ພ້ອມກັນເປັນເຈົ້າການປົກປັກຮັກສາຄວາມສະອາດງາມຕາ.

ເນື່ອງໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ຕາງໜ້າຄະນະປະທານຈັດງານບຸນຊ່ວງເຮືອອອກພັນສາປະວໍລະນາ ປະຈຳປີ 2022 ນີ້ ຂໍເຊີນຊວນບັນດາທ່ານການນຳພັກ – ລັດ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ເວົ້າລວມ, ເວົ້າສະເພາະ ຊາວເມືອງປາກຊັນ, ບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດ ຈົ່ງໄດ້ເຂົ້າຮ່ວມງານບຸນອອກພັນສາປະຈຳປີ 2565 ທີ່ເມືອງປາກຊັນດ້ວຍບັນຍາກາດເບີກບານມ່ວນຊືນ.

ໃນນາມປະທານຈັດງານບຸນ ຂໍຖືໂອກາດນີ້ ອວຍພອນອັນປະເສີດມາຍັງທ່ານຜູ້ນຳພັກ – ລັດ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ, ປະສົບຜົນສຳເລັດໃນໜ້າທີ່ການງານ, ຂໍອວຍພອນງານບຸນຊ່ວງເຮືອອອກພັນສາປະຈຳປີ ພສ 2656 ຈົ່ງດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທຸກປະການ.

About admins16