ບໍລິຄຳໄຊ ມີການຮ່ວມມືຮອບດ້ານກັບບັນດາແຂວງ ຂອງ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 05 ກໍລະກົດ 2022 ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດວ່າ: ເນື່ອງໃນໂອກາດແຫ່ງການສະເຫຼີມຫຼອງສອງວັນປະຫວັດສາດ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ(ວັນທີ 5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2022).

ແຂວງບໍລິຄໍາໄຊ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນ ແລະ ເພີ່ມພູນຄູນສ້າງສາຍພົວພັນອັນເປັນມູນເຊື້ອລາວ-ຫວຽດນາມ ນັບມື້ນັບກວ້າງຂວາງ ແລະ ຫັນເຂົ້າສູ່ລວງເລິກ ໄດ້ລົງນາມບົດບັນທຶກສ້າງສາຍພົວພັນຮ່ວມມືມິດຕະພາບ ແລະ ແຮກສ່ຽວແບບພິເສດ ກັບແຂວງຮ່າຕິ້ງ ສສ ຫວຽດນາມ, ສ້າງສາຍພົວພັນຮ່ວມມືມິດຕະພາບກັບແຂວງເຫງະອານ, ແຂວງເລິມດົ່ງ  ແລະ ຍັງມີຫຼາຍແຂວງທີ່ມີການພົວພັນຮ່ວມມືບາງດ້ານຮ່ວມກັນ ເຊິ່ງໃນແຕ່ລະປີ ຄະນະຜູ້ແທນສອງຝ່າຍກໍໄດ້ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມຮ່ວມກັນ. ພ້ອມນີ້ພວກເຮົາຍັງມີການຊຸກຍູ້ໃຫ້ມີການ ແຮກສ່ຽວລະດັບພະແນກການຂັ້ນແຂວງ, ບັນດາເມືອງຈໍານວນໜຶ່ງ, ຕະຫຼອດຮອດບາງບ້ານລຽບຕາມຊາຍແດນຂອງແຂວງບໍລິຄໍາໄຊ ກໍ່ໄດ້ມີການແຮກສ່ຽວ ກັບບັນດາບ້ານ-ຕາແສງຂອງເມືອງ ຂອງແຂວງຮ່າຕິ້ງ ແລະ ແຂວງເຫງະອານ.

ແຕ່ລະປີໄດ້ຮັບທຶນຊ່ວຍເຫຼືອຈາກບັນດາແຂວງຂອງ ສສ ຫວຽດນາມ ໃນການບໍາລຸງ, ກໍ່ສ້າງບຸກຄະລາກອນແຂວງບໍລິຄໍາໄຊ ຈໍານວນ 100 ກວ່າທຶນ ເພື່ອຮຽນກຽມພາສາ ແລະ ສືບຕໍ່ຮຽນວິຊາສະເພາະ ເຊິ່ງ 5 ປີຜ່ານມາມີຈໍານວນເຖິງ 688 ທຶນ ແຕ່ລະປີແຂວງບໍລິຄໍາໄຊ ກໍໃຫ້ການຊ່ວຍເຫຼືອນັກຮຽນຂອງແຂວງຮ່າຕິງ ມາກຽມພາສາ ແລະ ສືບຕໍ່ຮຽນວິຊາສະເພາະຢູ່ມະຫາວິທະຍາໄຫ່ງຊາດລາວ ປີລະ 2-3 ທຶນ, ອັນພົ້ນເດັ່ນແມ່ນໄດ້ຮັບທຶນຈາກລັດຖະບານ ສສ ຫວຽດນາມ ໃນການຊ່ວຍເຫຼືອປຸກສ້າງໂຮງຮຽນມັດທະຍົມສີທ່ານາໄຊ, ທຶນສົມທົບປຸກສ້າງໂຮງຮຽນການເມືອງ-ການປົກຄອງແຂວງ, ຫໍສະມຸດ ແລະ ທາງເຂົ້າໂຮງຮຽນສີທ່ານາໄຊ, ໂຮງໝໍທະຫານແຂວງຈາກແຂວງຮ່າຕິ່ງ, ສຸກສາລາບ້ານສົບເຕີ່ງ ເມືອງໄຊຈຳພອນ ຈາກແຂວງເຫງະອານ, ອຸປະກອນຮັບໃຊ້ ແລະ ສະບຽງອາຫານຈໍານວນໜຶ່ງ ມູນຄ່າຫຼາຍກວ່າ 66 ກວ່າຕື້ດົງ.

 ແຂວງບໍລິຄໍາໄຊ ໄດ້ຊ່ວຍປຸກເຮືອນມິດຕະພາບ, ຊ່ວຍເຫຼືອຜູ້ຖືກໄພພິບັດ ແລະ ປະກອບສ່ວນຊ່ວຍປ້ອງກັນພະຍາດໂຄວິດ-19 ໃຫ້ແຂວງຮ່າຕິງ ເປັນງົບປະມານ 30.000 ໂດລາ. ແຂວງເລິມດົ່ງ ໄດ້ໃຫ້ທຶນກໍ່ສ້າງພື້ນຖານໂຄງລ່າງກ່ຽວກັບວຽກງານການສຶກສາ ຈໍານວນ 1 ລ້ານໂດລາ, ໃນ 5 ປີຜ່ານມາ ແຂວງບໍລິຄຳໄຊ ໄດ້ຊ່ວຍເກັບກູ້ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະໃນປາງສົງຄາມ ໄດ້ 535 ຮ່າງ ເພື່ອສົ່ງກັບຄືນບ້ານເກີດເມືອງນອນ ການລົງທຶນຈາກບັນດາແຂວງຂອງ ສສ ຫວຽດນາມ ເຊິ່ງມາຮອດປະຈຸບັນປະກອບມີທັງໝົດ 09 ໂຄງການ ຂັ້ນສູນກາງອະນຸມັດ 01 ໂຄງການ ແລະ ຂັ້ນແຂວງອະນຸມັດ 08 ໂຄງການ ລວມມູນຄ່າການລົງທຶນ 41.414.348 ໂດລາສະຫະລັດ.

ທ່ານຍັງກ່າວຕື່ມອີກວ່າ ສຳລັບແຜນໃນຕໍ່ໜ້າ ແມ່ນສືບຕໍ່ປະສານງານ ກັບແຂວງຮ່າຕິ້ງ ໂດຍສະເພາະສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງຮ່າຕິ້ງ ສູ້ຊົນເພື່ອສ້າງໃຫ້ແຂວງບໍລິຄໍາໄຊ ກັບ ແຂວງຮ່າຕິ້ງ ກາຍເປັນສອງແຂວງຕົວແບບດ້ານການຮ່ວມມືມິດຕະພາບ ລະຫວ່າງ ບັນດາແຂວງຊາຍແດນຕິດຈອດ ລາວ-ຫວຽດນາມ, ສືບຕໍ່ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ການນໍາຂັ້ນສູງຂອງແຂວງບໍລິຄໍາໄຊ ແລະ ບັນດາແຂວງຂອງຫວຽດນາມ ໄດ້ມີການພົບປະແລກປ່ຽນ, ຢ້ຽມຢາມ, ຈັດກອງປະຊຸມຮ່ວມກັນຢ່າງເປັນປົກກະຕິ, ໄລຍະ 5 ປີ ຈະສູ້ຊົນສ້າງແຜນໃຫ້ແຂວງບໍລິຄໍາໄຊ ໄດ້ສ້າງຕັ້ງສາຍພົວພັນຮ່ວມມື ມິດຕະພາບ ແລະ ລົງນາມບົດບັນທຶກການຮ່ວມມື ກັບ ນະຄອນດ່າໜັງ ປີ 2022, ແຂວງບາກລຽວ ແລະ ແຂວງກວາງບິ່ງ ຫຼື ແຂວງກວາງຈິ ຢ່າງເປັນທາງການ, ສືບຕໍ່ຊຸກຍູ້ພະແນກການກ່ຽວຂ້ອງ ສ້າງສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໃນການດຶງດູດການລົງທຶນ ແລະ ຍາດແຍງການຊ່ວຍເຫຼືອທາງການ ເພື່ອພັດທະນານັບມື້ນັບຫຼາຍຂື້ນ.

About admins16