ບໍລິຄຳໄຊ ມອບເງິນອັດສິດ ແລະ ໃບຍ້ອງຍໍໃຫ້ຄະນະນຳຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11

ໃນຕອນບ່າຍຂອງວັນທີ 12 ມັງກອນ 2023 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ ໄດ້ຈັດພິທີສະຫຼຸບຜົນສຳເລັດຂອງຄະນະນຳຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້້າພາບ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຜູ້ປະກອບການທຸລະກິດ, ຄະນະນຳ ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ແຂວງບໍລິຄຳໄຊ ໄດ້ສົ່ງກິລາເຂົ້າຮ່ວມແຂ່ງຂັນ 10 ປະເພດກິລາ, ມີ 45 ລາຍການແຂ່ງຂັນ, ນັກກິລາ 97 ຄົນ, ຍິງ 21 ຄົນ, ຈາກຜົນການແຂ່ງຂັນ ສາມາດຍາດໄດ້ 6 ຫຼຽນຄໍາ, 2 ຫຼຽນເງິນ, 12 ຫຼຽນທອງ ລວມຫຼຽນທັງໝົດ 20 ຫຼຽນ, ໃນນັ້ນ ກິລາໝາກເສິກ ໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງ, ກິລາມວຍວູຊູ 2 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ, ກິລາມວຍລາວ 1 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ, ກິລາແລ່ນ – ລານຊາຍ 3 ຫຼຽນທອງ ແລະ ກິລາມວຍສາກົນ 1 ຫຼຽນທອງ, ຈັດຢູ່ອັນດັບທີ 13 ໃນຈຳນວນ 22 ພາກສວ່ນເຂົ້າຮ່ວມ ໃນທົ່ວປະເທດ.

ຈາກຜົນງານທີ່ຍາດມາໄດ້ນັ້ນ ຄະນະນຳຂອງແຂວງ ໄດ້ມອບເງິນຊຸກຍູ້ຫຼຽນແຕ່ລະປະເພດຄື: ກິລາໝາກເສິກໄດ້ຮັບເງິນອັດສີດ 45 ລ້ານກີບ ແລະ ສະຫະພັນກິລາໝາກເສິກ ມອບຕື່ມອີກ 35 ລ້ານກີບ ລວມທັງໝົດ 80 ລ້ານກີບ, ກິລາມວຍວູຊູ ໄດ້ຮັບ 60 ລ້ານກີບ, ມວຍລາວໄດ້ຮັບ 47 ລ້ານກີບ ແລະ ສະຫະພັນກິລາມວຍວູຊູ ແລະ ມວຍລາວ ມອບຕື່ມ 30 ລ້ານກີບ ລວມທັງໝົດ 77 ລ້ານກີບ, ແລ່ນລານ 12 ລ້ານກີບ ແລະ ກິລາມວຍສາກົນ ໄດ້ຮັບ 6 ລ້ານກີບ ລວມເງິນອັດສີດທັງໝົດ 235 ລ້ານກີບ.

ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ຄະນະນຳ ຄູຝຶກ, ນັກກິລາ ແລະ ຜູ້ກອບສ່ວນອຸປະຖຳໃນງານຄັ້ງນີ້, ເປັນກຽດມອບໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ.

About admins16