ບໍລິຄຳໄຊ ປຶກສາຫາລືກະກຽມຄວາມພ້ອມການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ – ຫວຽດນາມ, ຫວຽດນາມ – ລາວ

ກອງປະຊຸມ ປຶກສາຫາລືສ້າງແຜນການຈັດກິດຈະກຳ ແລະ ກະກຽມຄວາມພ້ອມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ  ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 19 ເມສາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງຈາກບັນດາພະແນກການ, ຫ້ອງການ, ອົງການຈັດຕັ້ງພາຄີ ແລະ 7 ເມືອງ ເຂົ້າຮ່ວມ.

ການຈັດກິດຈະກຳການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ( ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ 05/9/1962 – 05/9/2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ( 18/7/1977-18/7/2012 ) ປະກອບມີ: ວຽກງານສ້າງຂະບວນການອະນາໄມລວມຢູ່ບັນດາສຳນັກງານ, ກົມກອງ, ສະຖານທີ່ສາທາລະນະຊຸມຊົນ, ປະດັບປະດາຕົວເມືອງ ແລະ ຕາມເສັ້ນທາງດ້ວຍທຸງທີວ, ທຸງຊາດລາວ ແລະ ທຸງຊາດຫວຽດນາມ, ວຽກງານໂຄສະນາ ຜ່ານສື່ມວນຊົນ ເພື່ອປຸກລະດົມຂົນຂວາຍການເຂົ້າຮ່ວມຂອງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ເຫັນໄດ້ເຖິງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລາວ-ຫວຽດນາມ, ຕິດປ້າຍຄຳຂວັນຊົມເຊີຍສອງວັນປະຫວັດສາດຢູ່ສະຖານທີ່ຕ່າງໆ, ຈັດເປົ້າໝາຍສໍາພາດ, ອອກສື່ຕ່າງໆ ກ່ຽວກັບປະຫວັດສາດສາຍພົວພັນລາວ-ຫວຽດນາມ.

ຈັດກິດຈະກຳຖາມ – ຕອບວິທະຍາສາດຄວາມຮູ້ ກ່ຽວກັບສາຍພົວພັນລາວ – ຫວຽດນາມ ຢູ່ບັນດາສະຖານການສຶກສາ, ຈັດຕັ້ງງານໂຮມຊຸມນຸມມິດຕິ່ງ ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍເຊີນການນຳສະມາຄົມມິດຕະພາບລາວ – ຫວຽດນາມຂັ້ນສູນກາງ, ທຸກພາກສ່ວນພາຍໃນແຂວງ, ບັນດາແຂວງຊາຍແດນຕິດຈອດເບື້ອງຫວຽດນາມ, ກອງບັນຊາການທະຫານເຂດ 4 ແລະ ກົງສຸນໃຫຍ່ ຫວຽດນາມປະຈໍາພາກກາງລາວ ເຂົ້າຮ່ວມ.

ນອກນັ້ນ ຈະໄດ້ຈັດພິທີປາຖະກະຖາຢູ່ບັນດາເມືອງ, ກົມກອງ, ພະແນກການອ້ອມຂ້າງແຂວງ, ຈັດກິດຈະກຳແຂ່ງຂັນກິລາບາງປະເພດທີ່ເໝາະສົມ, ຈັດຕັ້ງຄະນະຜູ້ແທນເດີນທາງໄປຢ້ຽມຢາມເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງ ເຊິ່ງກັນ ແລະ ກັນ ລະຫວ່າງ ແຂວງບໍລິຄຳໄຊ ກັບ ບັນດາແຂວງຊາຍແດນຕິດຈອດເບື້ອງຫວຽດນາມ, ຄົ້ນຄວ້າພິຈາລະກ່ຽວກັບການສະເໜີຂໍການຍ້ອງຍໍຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ບັນດາກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນ ແລະ ຄົນຮຸ່ນຫຼັງ ໄດ້ເຂົ້າໃຈແຈ້ງ ແລະ ເລິກເຊິ່ງກວ່າເກົ່າ ຕໍ່ກັບສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ, ເປັນການໂຄສະນາເຜີຍແຜ່ ແລະ ຢັ້ງຢືນໃຫ້ສາກົນໄດ້ຮັບຮູ້ ສາຍພົວສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ຍັງສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຍາກທີ່ຈະມີປະເທດໃດໃນໂລກ ທີ່ມີສາຍພົວພັນອັນສະໜິດແໜ້ນ ແລະ ຈິງໃຈດັ່ງສອງຊາດທີ່ໄດ້ມອບໃຫ້ເຊິ່ງກັນ ແລະ ກັນ.

About admins16