ບໍລິຄຳໄຊ ປະກາດແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງ

ພິທີປະກາດແຕ່ງຕັ້ງ ຜູ້ພິພາກສາຊັ້ນ 1 ສານເຂດ 1, 2 ແລະ ສານປະຊາຊົນແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2021 ຢູ່ຫ້ອງປະຊຸມສານປະຊາຊົນເຂດ 1 ເມືອງປາກຊັນ ເຂົ້າຮ່ວມພິທີໂດຍທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີ ທ່ານ ໄລລາທອງ ຂັນຕິຍະລາດ ປະທານສານປະຊາຊົນແຂວງບໍລິຄຳໄຊ, ຜູ້ຖືກແຕ່ງຕັ້ງ ແລະ ແຂກຖືກເຊີນ ພ້ອມດ້ວຍພະນັກງານວິຊາການສານປະຊາຊົນ ເຂົ້າຮ່ວມ.

ໂດຍອີງຕາມກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍຜູ້ພິພາກສາ ແລະ ປະຕິບັດຕາມມະຕິຂອງສະພາແຫ່ງຊາດວ່າດ້ວຍ ການແຕ່ງຕັ້ງຜູ້ພິພາກສາຊັ້ນໜື່ງ ຄະນະປະຈຳສະພາແຫ່ງຊາດຕົກລົງແຕ່ງຕັ້ງ ທ່ານ ເລມ້ອນ ກອງສີ ຜູ້ຊ່ວຍຜູ້ພິພາກສາສານປະຊາຊົນແຂວງ ຂຶ້ນເປັນຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນແຂວງ, ຕົກລົງແຕ່ງຕັ້ງ ທ່ານ ຄຳ ໄຊຍະວົງສາ, ທ່ານ ສັງເວດ ໄຊສຸວັນນະລາດ, ທ່ານ ໄຊຍະສິດ ໄຊຍັນທອນ ແລະ ທ່ານ ສົມຈິດ ຂຸນຈັນທະ ຜູ້ຊ່ວຍຜູ້ພິພາກສາສານປະຊາຊົນເຂດ 1 ຂຶ້ນເປັນ ຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນ ເຂດ 1 ແຂວງບໍລິຄຳໄຊ, ຕົກລົງແຕ່ງຕັ້ງ ທ່ານ ນາງ ວິໄລພອນ ເຄືອທະວີ ທ່ານ ຄອນສະຫວັນ ພ້ວຍພິລາວົງ ແລະ ທ່ານ ດົ່ວຫວ່າງ ຜູ້ຊ່ວຍພິພາກສາສານປະຊາຊົນເຂດ 2 ຂຶ້ນເປັນຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນເຂດ 2 ແຂວງບໍລິຄຳໄຊ .

ໃນພິທີ ທ່ານ ບຸນຂວາງ ທະວີສັກ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງການແຕ່ງຕັ້ງຜູ້ພິພາກສາຊັ້ນ 1 ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ແມ່ນຄວາມເຕີບໃຫຍ່ເຂັ້ມແຂງຂອງການຈັດຕັ້ງ ໂດຍສະເພາະແມ່ນການເຕີບໃຫຍ່ຂອງສານປະຊາຊົນແຂວງ, ສານເຂດ.

ທ່ານຍັງເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງ ຕ້ອງໄດ້ເພີ່ມທະວີຍົກສູງຄຸນທາດກາເມືອງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມີຄວາມເສຍສະຫຼະ, ເອົາໃຈໃສ່ຄົ້ນຄວ້ານິຕິກຳໃຫ້ເລິກເຊີ່ງ, ຝຶກຝົນຫຼໍ່ຫຼອມພັດທະນາວຽກງານດ້ານວິຊາສະເພາະ, ມີຈັນຍາບັນ, ຈັນຍາທຳຕັດສິນຄະດີ ຕ້ອງມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ, ມີຄວາມເປັນເອກະພາບ, ຄວາມສາມັກຄີ, ມີຄວາມສະຫງົບ ປະສານສົມທົບກັບຄະນະພັກຂັ້ນເທິງ ແລະ ຂະແໜງການທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ.

About admins14