ບໍລິຄຳໄຊ ປະກາດຍຸບເລີກ ແລະ ມອບໂອນ ພະແນກວິທະຍາສາດ – ເຕັກໂນໂລຊີແຂວງ

ພິທີປະກາດຍຸບເລີກ ແລະ ມອບໂອນ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 02 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງ-ຮອງເຈົ້າເມືອງ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານລັດຖະກອນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 446/ຂບຊ ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍການຍຸບເລີກພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງບໍລິຄຳໄຊ ແລະ ຊັບຊ້ອນໜ້າວຽກງານ ຄື: ໂອນວຽກງານວິທະຍາສາດ ໄປຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ, ໂອນວຽກງານບໍລິຫານ-ຈັດຕັ້ງ ແລະ ເຕັກໂນໂລຊີ ດີຈີຕອລ ໄປຂຶ້ນກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ວຽກມາດຕະຖານ-ວັດແທກ ແລະ ວຽກຊັບສິນທາງປັນຍາ ໄປຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າ, ໂອນວຽກນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໄປຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂອນວຽກພະລັງງານທົດແທນ ແລະ ວັດສະດຸໃໝ່ ໄປຂຶ້ນກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງ.

ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 301/ຄປພ.ຂບຊ ລົງວັນທີ 19 ພຶດສະພາ 2021 ວ່າດ້ວຍການຍຸບເລີກ ໜ່ວຍພັກຮາກຖານ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ສ່ວນຄະນະພັກ ສະມາຊິກພັກ ແມ່ນໃຫ້ໄປຮ່ວມຊີວິດພັກ ຢູ່ຮາກຖານພັກໃໝ່ຕາມການຊັບຊ້ອນກົງຈັກບໍລິຫານລັດ.

ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 463/ຂບຊ ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການສັບຊ້ອນບ່ອນປະຈຳການຂອງພະນັກງານຈາກພະແນກ ວຕ ແຂວງ ໄປປະຈຳການຢູ່ຫ້ອງວ່າການແຂວງ ຈຳນວນ 1 ທ່ານ, ຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຈຳນວນ 11 ທ່ານ ຍິງ 5 ທ່ານ, ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 12 ທ່ານ ຍິງ 3 ທ່ານ, ຢູ່ພະແນກສຶກສາທິການ ແລະ ກິລາແຂວງ ຈຳນວນ 3 ທ່ານ ຍິງ 1 ທ່ານ ແລະ ສັບຊ້ອນໄປຢູ່ພະແນກພະລັກງານ ແລະ ບໍ່ແຮ່ແຂວງ ຈຳນວນ 3 ທ່ານ.

ຈາກນັ້ນ ໄດ້ມີການເຊັນບົດບັນທຶກມອບໂອນວຽກ ຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ກັບ 5 ພະແນກການ ຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໂດຍຊ້ອງໜ້າຂອງທ່ານ ປອ ສຸວັນນີ  ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງ-ຮອງເຈົ້າເມືອງ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

About admins16