ບໍລິຄຳໄຊ ປະກາດການຈັດຕັ້ງ ແລະ ພະນັກງານອອກຮັບອຸດໜູນບໍານານ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝ ທີ VII ໄດ້ໄຂຂຶ້ນໃນລະຫວ່າງວັນທີ 14 – 15 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ຍັງໄດ້ມີພິທີປະກາດການຈັດຕັ້ງ ແລະ ພະນັກງານອອກຮັບອຸດໜູນບໍານານ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 133/ຄລສພ ແລະ 134/ຄລສພ ລົງວັນທີ 28 ມິຖຸນາ 2022 ຕົກລົງອະນຸມັດໃຫ້ ສະຫາຍ ໄມຈອມ ວັນນະສານຄຳ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກຊັນ ແຂວງບໍລິຄຳໄຊ, ອາຍຸກະສຽນ 60 ປີ, ລວມອາຍຸການ 44 ປີ ແລະ ສະຫາຍ ສົມພອນ ຈັນທະນາສຸກ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກກະດິງ ແຂວງບໍລິຄຳໄຊ, ອາຍຸກະສຽນ 61 ປີ, ລວມອາຍຸການ 32 ປີ ອອກພັກການ – ຮັບອຸນໜູນບໍານານ ໃນງວດ III ປີ 2022, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 380/ຂບຊ, ລົງວັນທີ 4 ກໍລະກົດ 2022 ຕົກລົງເຫັນດີອະນຸມັດໃຫ້ ທ່ານ ໄກ່ທອງ ອານຸສິນ ສັງກັດຢູຫ້ອງວ່າການແຂວງ, ຕໍາແໜ່ງຮອງຫົວໜ້າພະແນກ ອາຍຸກະສຽນ 60 ປີ, ລວມອາຍຸການ 40 ປີ ອອກພັກຜ່ອນຮັບອຸດໜູນບໍານານ ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 336/ຄປພ.ຂບຊ, ລົງວັນທີ 14 ກໍລະກົດ 2022 ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ວົງສີ ທອງສີນອິນທິປັນຍາ ກໍາມະການປະຈໍາພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງປາກຊັນ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 411/ຂບຊ ຕົກລົງແຕ່ງຕັ້ງ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ ເປັນເຈົ້າເມືອງປາກກະດິງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 415/ຂບຊ ຕົກລົງແຕ່ງຕັ້ງ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 413/ຂບຊ ຕົກລົງແຕ່ງຕັ້ງ ທ່ານ ວັນໄຊ ເງຍຈັນທະສອນ ເປັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເລກທີ 335/ຄປພ.ຂບຊ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ສົນທອງ ວີບຸນກວ້າງ ເປັນເລຂາຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ.

About admins14