ບໍລິຄຳໄຊ ບັນລຸຄາດໝາຍ ຜົນການປະເມີນສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ກອງປະຊຸມຮັບຮອງຜົນການປະເມີນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ແລະ ສະຫຼຸບວຽກງານ 3 ສ້າງ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂັ້ນແຂວງ, ພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຜົນການປະເມີນ ມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, 66 ຕົວຊີ້ບອກ ເຫັນວ່າວຽກງານຫຼາຍດ້ານໄດ້ຮັບການປະເມີນ ແລະ ບັນລຸຕາມຄາດໝາຍທີ່ວ່າງໄວ້ ໃນນັ້ນມາດຖານຫົວໜ່ວຍຍຸດທະສາດດ້ານການກໍ່ສ້າງພັກ ແລະ ພະນັກງານ ລວມທັງໝົດ 7 ຕົວຊີ້ບອກ, ບັນລຸໄດ້ 6 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການປົກຄອງ-ບໍລິຫານລັດ 10 ຕົວຊີ້ບອກ ບັນລຸໄດ້ 9 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດໃນການຊຸກດັນການຂະຫຍາຍ ຕົວຂອງເສດຖະກິດແຫ່ງຊາດ 9 ຕົວຊີ້ບອກ ບັນລຸໄດ້ 8 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດ ດ້ານການເງິນຂອງປະເທດ ບັນລຸໄດ້ທັງ 6 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ,ພື້ນຖານວັດຖຸ-ເຕັກນິກ ແລະປົກປັກຮັກສາສິ່ງແວລ້ອມ 13 ຕົວຊີ້ບອກ ບັນລຸໄດ້ 9 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການຄຸ້ມຄອງວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ບັນລຸໄດ້ທັງ 16 ຕົວຊີ້ບອກ ແລະ ຫົວໜ່ວຍຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຂັ້ມແຂງ 5 ຕົວຊີ້ບອກ ບັນລຸໄດ້ 4 ຕົວຊີ້ບອກ ລວມຕົວຊີ້ບອກ 7 ດ້ານ ທົ່ວແຂວງບັນລຸໄດ້ 58 ຕົວຊີ້ບອກ ເທົ່າກັບ 87,87%.

ໃນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການແກ້ໄຂບາງໂຕຊີ້ບອກທີ່ຍັງບໍ່ທັນບັນລຸຕາມມາດຖານ, ການເພີ່ມທະວີການປະສານງານລະຫວ່າງພະແນກການ, ການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ, ເມືອງ ແລະ ບ້ານ ໃຫ້ລະອຽດຈະແຈ້ງຂຶ້ນຕື່ມ ແລະ ວຽກງານອື່ນໆ, ທັ້ງນີ້ກໍ່ເພື່ອເຮັດໃຫ້ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ແລະ ວຽກງານ 3 ສ້າງ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ຊອກໃຫ້ໄດ້ຜົນສຳເລັດ, ຂໍ້ຄົງຄ້າງທີ່ບໍ່ບັນລຸຕົວຊີ້ບອກ ແລະ ວິທີແກ້ໄຂ ໃຫ້ໄດ້ຮັບຜົນສຳເລັດ ໄດ້ທັງປະລະມານ ແລະ ຄຸນນະພາບ.

About admins14