ບໍລິຄຳໄຊ ຖອດຖອນບົດຮຽນງານມະຫາກຳກິລາ – ສິລະປະ ນັກຮຽນມັດທະຍົມທົ່ວແຂວງ ຄັ້ງທີ 5

ໃນວັນທີ 2 ສິງຫາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະດິດ ເມືອງປາກກະດິງ ໄດ້ຈັດພິທີສະຫລຸບຖອດຖອນບົດຮຽນງານມະຫາກຳກິລາ – ສິລະປະນັກຮຽນມັດທະຍົມ ທົ່ວແຂວງບໍລິຄຳໄຊ ຄັ້ງທີ 5 ທີ່ເມືອງປາກກະດິງເປັນເຈົ້າພາບF ເປັນປະທານໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມ ມີພະແນກການ, ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫລຸບຜົນສຳເລັດງານແຂ່ງຂັນກິລາ – ສິລະປະນັກຮຽນມັດທະຍົມທົ່ວແຂວງ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 26 ພຶດສະພາ 2022 ປະກອບມີ 7 ຕົວເມືອງເຂົ້າຮ່ວມ ໂດຍມີການແຂ່ງຂັນ 6 ປະເພດກິລາ ຄື: ບານເຕະ  ( ຍິງ – ຊາຍ ), ກະຕໍ້ ( ຍິງ – ຊາຍ ), ບານສົ່ງ ( ຍິງ – ຊາຍ), ເປຕັງ (ຍິງ – ຊາຍ), ແລ່ນ – ລານ ( ຍິງ – ຊາຍ ) ແລະ ກິລາໝາກເສິກ ( ຍິງ – ຊາຍ ), ການແຂ່ງຂັນສິນລະປະ ມີ 6 ເມືອງສົ່ງເຂົ້າປະກວດ ລວມມີ 12 ບົດຟ້ອນ.

ໃນໄລຍະຜ່ານມາເຫັນໄດ້ວ່າສະພາບການຫ້າງຫາກະກຽມຄວາມພ້ອມ ທາງດ້ານສະຖານທີ່ພັກເຊົາຂອງບັນດານັກກິລາ ແລະ ຄູຝຶກທີ່ມາຮ່ວມໃນການແຂ່ງຂັນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເປັນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ແຕ່ກໍ່ສາມາດຈັດການແຂ່ງຂັນມາໄດ້ດ້ວຍດີ.

ກອງປະຊຸມ ຍັງໄດ້ມີການປະກອບຄຳຄິດ – ຄຳເຫັນໃສ່ຮ່າງບົດສະຫລຸບ ເພື່ອເປັນບົດຮຽນໃຫ້ແກ່ເມືອງໄຊຈຳພອນ ເຊິ່ງຈະເປັນເຈົ້າພາບຈັດງານໃນປີ 2024 ເປັນຕົ້ນ: ການກະກຽມເດິ່ນກິລາ, ສະຖານທີ່ພັກເຊົາ, ຂະບວນກ້ອນກຳລັງສວນສະໜາມໃນການເປີດ – ປິດພິທີ, ການນຸ່ງຖືຂອງນັກກິລາ, ການກຳນົດເກນອາຍຸຂອງນັກກິລາ, ການສົ່ງປະເພດກິລາແມ່ນ ຢາກໃຫ້ສົ່ງຄົບຕາມປະເພດຂອງການແຂ່ງຂັນ, ການເຂົ້າຮ່ວມຂອງແຕ່ລະເມືອງແມ່ນໃຫ້ຢູ່ຈົນຈົບງານ ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 203/ສກຂ, ລົງວັນທີ 19 ກໍລະກົດ ວ່າດ້ວຍການຍ້ອງຍໍສັນສະເສີນ, ບຸກຄົນ, ນິຕິບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານມະຫາກຳກິລານັກຮຽນມັດທະຍົມທົ່ວແຂວງບໍລິຄຳໄຊ ຄັ້ງທີ 5 ໃຫ້ແກ່ 7 ຕົວເມືອງ.

ໃນຕອນທ້າຍ ຍັງໄດ້ຮັບຟັງຄຳໂອ້ລົມຈາກ ທ່ານ ຄຳແຫວນ ປັນຍານຸວົງ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວເປັນການປະຕິບັດຕາມ3 ຂໍ້ແຂ່ງຂັນ, 5 ຫຼັກມູນຂອງການສຶກສາວາງອອກເຮັດໃຫ້ບັນດານັກກິລາ ກໍ່ຄືນ້ອງນັກຮຽນມີຄວາມສາມັກຄີເປັນປຶກແຜ່ນ ພ້ອມທັງສະເໝີໃຫ້ມີການເພີ່ມກິລາເຂົ້າຕື່ມ ເຊັ່ນ:ກິລາຊັດຫລາວ, ປິ່ງປ໋ອງ ແລະ ກິລາໜ້າເກັກ.

About admins14