ບໍລິຄຳໄຊ ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານພັກແຂວງ ຄັ້ງທີ 8 ສະໄໝ ທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝ ທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຕີຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ສະໄໝທີ VII ເຫັນວ່າ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ພ້ອມກັນຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ວຽກງານແນວຄິດ, ການລົງກໍ່ສ້າງຮາກຖານ ຜັນຂະຫຍາຍ 4 ເນື້ອໃນ 4 ຄາດໝາຍ ຢູ່ຂັ້ນທ້ອງຖິ່ນ, ພ້ອມກັນແກ້ໄຂບັນຫາ 4 ເຖື່ອນ ແລະ ການຈັດຕັ້ງຜັນຂະຫຍາຍ 9 ຫົວຂໍ້ວິທະຍາສາດ, ເຮັດໃຫ້ທົວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ, ສຸມໃສ່ນໍາພາ – ຊີ້ນຳ ຂົງເຂດເສດຖະກິດ ເຄື່ອນໄຫວຕາມພາລະບົດບາດ, ຊອກຫາທ່າແຮງບົມຊ້ອນ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2022 ເພື່ອເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຸ້ມຄອງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການຜະລິດ.

ພ້ອມນັ້ນ ຍັງໄດ້ສຸມໃສ່ວຽກງານປັບປຸງບູລະນະອົງການອຳນາດລັດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕາມທິດສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວປວງຊົນ, ການພົວພັນ – ຮ່ວມມືກັບສາກົນ, ການບໍາລຸງ – ກໍ່ສ້າງພະນັກງານ, ສຳເລັດການກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ແລະ ໄດ້ລົງຊຸກຍູ້ ແລະ ປັບປຸງ ບັນດາໜ່ວຍພັກໃນ 7 ຕົວເມືອງ.

ກອງປະຊຸມເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ ໂດຍຈະໄດ້ຮັບຟັງການລາຍງານຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ, ຕີລາຄາການຈັດຕັ້ງປະຕິບັດແຜນການລົງທຶນ, ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ລາຍງານການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງແຂວງ, ລາຍງານວຽກງານທີ່ພົ້ນເດັ່ນຂອງບັນດາເມືອງ ແລະ ວຽກງານອື່ນໆ.

About admins14