ບໍລິຄຳໄຊ ຍົກສູງຄວາມສຳຄັນວຽກງານນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມ

ຊຸດຝຶກອົມຮົມການກະກຽມ ແລະ ການສະໜອງ ກ່ຽວກັບວຽກງານນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມ ໃນພາວະສຸກເສີນ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2022 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ຮອງສາສະດາຈານ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີພາກສ່ວນກ່ຽວຂ້ອງຈາກອົງການກາແດງລາວ, ອົງການກາແດງແຂວງ, ນັກສຳມະນາກອນຈາກພະແນກສາທາລະນະສຸກ, ພະແນກແຮງງານ-ສະຫວັດດີການສັງຄົມ ແລະ ຜູ້ປະສານງານກາແດງ 7 ຕົວເມືອງ ເຂົ້າຮ່ວມ.

ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແລະ ອາສາສະໝັກ ໃນການຕອບສະໜອງນໍ້າສະອາດ ໃນພາວະສຸກເສີນ, ຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອໂດຍກົງ ຈາກການອຸປະໂພກ ແລະ ບໍລິໂພກນໍ້າ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົາໄດ້ມີສຸຂະພາບທີ່ດີ.

ຊຸດຝຶກອົບຮົມ ຈະໄດ້ດໍາເນີນໄປເປັນເວລາ 3 ວັນເຕັມ ແຕ່ວັນທີ 8 – 10 ກຸມພາ ຈຶ່ງສໍາເລັດ, ນັກສຳມະນາກອນ ຈະໄດ້ຮຽນຮູ້ຄວາມສໍາຄັນຂອງນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມ, ຜົນກະທົບຕໍ່ສຸຂະພາບ ໃນເວລາເກີດໄພພິບັດ, ປັດໄຈທີ່ເຮັດໃຫ້ເກີດພະຍາດລະບາດ, ເສັ້ນທາງຕິດຕໍ່ພະຍາດ, ການຢຸດຢັ້ງເສັ້ນທາງຕິດຕໍ່, ການບໍາບັດນໍ້າດື່ມ-ນໍ້າໃຊ ໃນພາວະສຸກເສີນ ແລະ ຊ່ວງເກີດໄພພິບັດ ແລະ ອື່ນໆ.

ໂອກາດນີ້ ອົງການກາແດງລາວ ຍັງໄດ້ນໍາເອົາເຄື່ອງບໍາບັດນ້ຳ AP 700 ຈໍານວນ 1 ຊຸດ, ເຄື່ອງສູບນໍ້າ 1 ຊຸດ ແລະ ອ່າງເກັບນໍ້າ 1 ອ່າງ, ລວມມູນຄ່າ 180 ລ້ານກີບ ມາມອບໃຫ້ແຂວງບໍລິຄໍາໄຊ, ໃຫ້ກຽດມອບໂດຍ ທ່ານ ຮຈ ດຣ ສິງ ເມໂນລາດ ແລະ ຕາງໜ້າຮັບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ.

About admins14