ບໍລິຄຳໄຊ ຍົກລະດັບວຽກງານການປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ພິທີເປີດຊຸດອົບຮົມກ່ຽວກັບວຽກງານການປະເມີນສິ່ງແວດລ້ອມແບບຍຸດທະສາດ ( SEA ) ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ( SEDP ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງການກ່ຽວຂ້ອງ ຈາກບັນດາພະແນກການອ້ອມຂ້າງ, ເມືອງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ວຽກງານປະເມີນສິ່ງແວດລ້ອມແບບຍຸດທະສາດ ແມ່ນຂະບວນການຄາດຄະເນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ໃນເວລາວາງນະໂຍບາຍ ແຜນຍຸດທະສາດ ແລະ ແຜນງານຕ່າງໆ ເຊິ່ງລວມເອົາການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ການປະເມີນດັ່ງກ່າວ ຕ້ອງຊີ້ໃຫ້ເຫັນວິທີການ, ມາດຕະການຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໃນການສ້າງນະໂຍບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆ ຂະແໜງການກ່ຽວຂ້ອງຕ້ອງດຳເນີນການປະເມີນສິ່ງແວດລ້ອມແບບຍຸດທະສາດ ໂດຍປະສານສົມທົບກັບຂະແໜງການຊັບພະຍາກອນທຳມະຊາດ – ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ດ້ວຍການເຂົ້າຮ່ວມການຈັດຕັ້ງ ແລະ ປະຊາຊົນ ທີ່ຈະໄດ້ຮັບຜົນກະທົບໂດຍກົງ ຫຼື ທາງອ້ອມ ຈາກນະໂຍບາຍ ແຜນຍຸດທະສາດ ຕ້ອງສອດຄ່ອງ ກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແຜນຈັດສັນທີ່ດິນທ້ອງຖິ່ນຂອງ ແລະ ຂອງເມືອງ. ຊຸດອົບຮົມໃນຄັ້ງນີ້ ຈະເນັ້ນໃສ່ການຮຽນຮູ້ພາກທິດສະດີ, ນິຕິກຳຕ່າງໆທີ່ກ່ຽວຂ້ອງ, ລົງເລິກຂັ້ນຕອນໃນການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບວຽກງານການເມີນສິ່ງແວດລ້ອມແບບຍຸດທະສາດ ພ້ອມທັງປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ.

ທັງນີ້ກໍ່ເພື່ອສ້າງຄວາມຮູ້ ຄວາມເຂົ້າໃນຂອງວຽກງານດັ່ງກ່າວ ທັງເປັນການປຶກສາຫາລືເຖິງຄວາມເປັນໄປໄດ້ໃນການນຳໃຊ້ຫຼັກການ ການປະເມີນສິ່ງແວດລ້ອມ ເປັນການສ້າງຂີດຄວາມສາມາດທາງດ້ານວິຊາການແຜນການ ໃຫ້ແກ່ພະນັກງານຂອງແຂວງ, ເມືອງ ທີ່ມີພາລະບົດບາດ ແລະ ຄວາມຮັບຜິດຊອບໃນການວາງແຜນ ຫຼື ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຂອງແຂວງ.

About admins16