ບໍລິຄຳໄຊ ຍົກລະດັບທິດສະດີການເມືອງ – ການປົກຄອງ ໃຫ້ຄະນະໜ່ວຍພັກບ້ານ

ຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ ຮຸ່ນທີ XIX ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 29 ສິງຫາ 2022 ຢູ່ໂຮງຮຽນການເມືອງ – ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜາຄະນະຈັດຕັ້ງແຂວງບໍລິຄໍາໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, ຄະນະບ້ານ ຈຳນວນ 30 ບ້ານ ພາຍໃນ 7 ເມືອງທົ່ວແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານກ່ຽວກັບການກະກຽມຊຸດຝຶກອົບຮົມ ໂດຍໄດ້ຍົກໃຫ້ເຫັນສະພາບລວມ, ເປົ້າໝາຍເຂົ້າຮ່ວມຝຶກອົບຮົມ, ຂໍ້ສະດ້ວກ – ຂໍ້ຫຍຸ້ງຍາກ ແລະ ອື່ນໆ, ມີເປົ້າໝາຍເຂົ້າຮ່ວມຝຶກອົບຮົມທັງໝົດ 30 ສະຫາຍ, ຍິງ 6 ສະຫາຍ, ໃນນັ້ນ ເລຂາພັກບ້ານ 15 ສະຫາຍ, ຮອງເລຂາພັກບ້ານ 8 ສະຫາຍ, ຜູ້ກວດກາໜ່ວຍພັກບ້ານ 5 ສະຫາຍ, ຄະນະພັກບ້ານ 1 ສະຫາຍ ແລະ ສະມາຊິກພັກ ປະທານສະຫະພັນແມ່ຍິງບ້ານ 1 ສະຫາຍ.

ການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດທິດສະດີການເມືອງ – ການປົກຄອງ ໄລຍະສັ້ນ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ 7 ຫົວຂໍ້ ແລະ ມີ 9 ຫົວຂໍ້ວິທະຍາສາດຂອງແຂວງ, ນອກນັ້ນ ຍັງມີວາລະແຫ່ງຊາດອີກ 2 ຫົວຂໍ້ ໂດຍຈະໄດ້ດຳເນີນການຮຽນ – ການສອນ ໃນ 3 ກຸ່ມວິຊາ, ຊຶ່ງມີ 18 ບົດ ເຊັ່ນ: ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງກະສິກຳ ແລະ ປ່າໄມ້, ການນຳພາຂອງໜ່ວຍພັກບ້ານ ຕໍ່ການສ້າງເສດຖະກິດຄອບຄົວ, ວຽກງານຍຸຕິທຳຮາກຖານ ແລະ ການສ້າງບ້ານປອດຄະດີ ແລະ ອື່ນໆ, ຈະໃຊ້ເວລາທັງໝົດ 75 ຊົ່ວໂມງຈຶ່ງສຳເລັດ.

About admins14