ບໍລິຄຳໄຊ ຍົກລະດັບການຈັດສັນການລົງທຶນຂອງລັດ ໃຫ້ມີປະສິດທິພາບສູງ

ກອງປະຊຸມການຈັດສັນການລົງທຶນຂອງລັດ ໃຫ້ມີປະສິດທິພາບສູງ ແລະ ມີຄວາມຍືນຍົງ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບ, ພະແນກການ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການລົງທຶນຂອງລັດ ສັບບັບເລກທີ 72/ສພຊ, ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023, ແຈ້ງການນໍາໃຊ້ແບບຟອມ ເພື່ອຢັ້ງຢືນສັນຍາໂຄງການລົງທຶນຂອງລັດ, ແບບຟອມຢັ້້ງຢືນການຈັດຕັ້ງປະຕິບັດໂຄງການ, ແບບຟອມໃບສະເໜີເພື່ອຢັ້ງຢືນສັນຍາ ແລະ ໃບສະເໜີເພື່ອຢັ້ງຢືນການຈັດຕັ້ງປະຕິບັດໂຄງການ.

ສຳລັບ 10 ວຽກງານຈຸດສຸມ ໃນຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ປະກອບມີ: ວຽກຊຸກຍູ້ການຂະຫຍາຍຕົວເສດຖະກິດ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ມີປະສິດທິພາບ, ຄຸ້ມຄອງອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້, ປັບປຸງຄຸນນະພາບການສຶກສາ ແລະ ກິລາ, ວຽກງານສຸຂະພາບແມ່ ແລະ ເດັກ, ພະຍາດໂຄວິດ – 19, ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ, ພັດທະນາແຮງງານ – ຈັດຫາວຽກເຮັດງານທໍາ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ພັດທະນາແມ່ຍິງ ແລະ ໄວໜຸ່ມ ແລະ ປັບປຸງການບໍລິຫານລັດ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈ, ຍົກລະດັບຄວາມຮູ້ຄວາມສາດມາດຂອງພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ງົບປະມານແຫ່ງລັດ, ຊັບພະຍາການທຳມະຊາດ, ຊັບສິນ, ລິຂະສິດຂອງລັດ ແລະ ທຶນຊ່ວຍເຫຼືອທາງການ ນໍາໄປພັດທະນາພື້ນຖານໂຄງລ່າງທີ່ຮັບໃຊ້ສາທາລະນະປະໂຫຍດ, ສະໜອງອຸປະກອນ ແລະ ສົ່ງເສີມວິຊາການ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ.

About admins14