ບໍລິຄຳໄຊ ປ່ອຍປາ 2 ແສນກ່ວາໂຕ ສູ່ແຫລ່ງນ້ຳທຳມະຊາດ

ໃນຕອນເຊົ້າວັນທີ 16 ກໍລະກົດ 2021 ພະແນກກະສີກໍາ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ສົມທົບກັບເມືອງປາກກະດິງ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍາເທີນ 1 ຈັດພິທີປ່ອຍປາ ເນື່ອງໃນວັນອະນະລັກສັດນໍ້າ-ສັດປ່າຂຶ້ນ ຢູ່ເຂດອ່າງໂຕ່ງ ກອງເຂື່ອນນໍ້າເທີນ 1, ເຂົ້າຮ່ວມພີທີໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາພະແນກການຂັ້ນແຂວງ, ເມືອງ, ພະເຖລະ-ນຸເຖລະ ແລະ ອໍານາດດການປົກຂອງບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານໃຫ້ຮູ້ວ່າ ໃນໄລຍະຜ່ານມາກໍ່ຄືປະຈຸບັນ ແຂວງບໍລິຄໍາໄຊໄດ້ເອົາໃຈໃສ່ປົກປັກຮັກສາ ແຫຼ່ງທີ່ຢູ່ອາໃສຂອງປາ ເປັນຕົ້ນແມ່ນ ອ່າງເກັບນໍ້າຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ ລວມທັງໝົດ 21 ແຫ່ງ ມີເນື້ອທີລວມທັງໝົດ 46 ພັນກວ່າເຮັກຕ່າ, ມີວັງສະຫງວນ 101 ວັງ ໃນຈໍານວນ 100 ບ້ານທົ່ວແຂວງ ເຊິງກວມເອົາເນື້ອທີວັງນໍ້າ 290 ກວ່າເຮັກຕ່າ.

ພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ – ສັດປ່າແຫ່ງຊາດ ຂອງແຂວງບໍລິຄໍາໄຊ 13 ກໍລະກົດ 2021 ປີນີ້ ແຂວງ ໄດ້ປະສານສົມທົບກັບເມືອງ ປາກກະດິງ ແລະ ບໍລິສັດເຂື່ອນໄຟຟ້ານໍ້າເທີນ 1 ເພຶ່ອຈັດພິທີເປັນທາງການ ຢູ່ໃນເຂດອ່າງໂຕ່ງກອງເຂຶ່ອນນໍ້າເທີນ 1 ເຂດ ບ້ານໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ເພຶ່ອເປັນການຊົດເຊີຍຜົນກະທົບຕໍ່ຄວາມຫຼາກຫຼາຍຂອງຊີວະນານາພັນ ໃນເຂດປ່າສະຫງວນນໍ້າກະດິງ ຈາກການພັດທະນາເຂື່ອນໄຟຟ້ານໍາເທີນ 1.

ປາທີ່ນໍາມາປ່ອຍ ທັງໝົດຈໍານວນ 50 ພັນກວ່າໂຕ ເຊິ່ງສ່ວນຫລາຍ ແມ່ນປາປາກ, ປານິນ, ປາໃນ ແລະ ອື່ນໆ ປ່ອຍລົງສູ້ອ່າງເກັບນໍ້າ ເພຶ່ອເປັນການທົດແທນ ແລະ ຂະຫຍາຍພັນປາອອກໄປສູ່ແຫຼ່ງນໍ້າທໍາມະຊາດ ຂອບເຂດບໍລິເວນໃກ້ຄຽງ ເຮັດໃຫ້ປະຊາຊົນໄດ້ທໍາມາຫາກິນ, ເປັນບ່ອນຄໍ້າປະກັນດ້ານຊີ້ນປາ ແລະ ສ້າງລາຍຮັບໃຫ້ກັບປະຊາຊົນໃນອານາຄົດ.

ນອກຈາກນີ້ໃນບັນດາ 7 ເມືອງໃນທົ່ວແຂວງ ກໍຈະໄດ້ຈັດພິທີປ່ອຍປາ ຢູ່ແຕ່ລະເມືອງ ຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ ສັງລວມໃນປີ 2021 ນີ້ທົ່ວແຂວງຄາດວ່າຈະປ່ອຍປາ ລົງສູ່ແມ່ນໍ້າທໍາມະຊາດໃຫ້ໄດ້ 2 ແສນກວ່າໂຕ.

About admins14