ບໍລິຄຳໄຊ ຈັດພິທີເຊັນສັນຍາສຳປະທານ ໂຄງການກໍ່ສ້າງສູນການຄ້ານິຍົມລາວ ຈະເລີນຊັບ

ພິທີເຊັນສັນຍາສໍາປະທານ ໂຄງການກໍ່ສ້າງສູນການຄ້າ “ນິຍົມລາວ” ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ບົວພອນ ຄຳທະວີ ປະທານບໍລິສັດນິຍົມລາວ ຈະເລີນຊັບ ຈໍາກັດຜູ້ດຽວ, ຊ້ອງໜ້າໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດນິຍົມລາວຈະເລີນຊັບ ຈໍາກັດຜູ້ດຽວ ມີຄວາມຕ້ອງການລົງທຶນສໍາປະທານ ແລະ ກໍ່ສ້າງສູນການຄ້າ ຢູ່ເຂດບ້ານຫຼັກຊາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 5.899 ຕາແມັດ ດ້ວຍມູນຄ່າການລົງທຶນ 46 ຕື້ກວ່າກີບ, ເຊີ່ງຈະໄດ້ເລີ່ມກໍ່ສ້າງພາຍໃນເດືອນມັງກອນ 2023 ແລະ ໄລຍະເວລາການກໍ່ສ້າງ 30 ເດືອນ.

ໂຄງການກໍ່ສ້າງ ສູນການຄ້ານິຍົມລາວ ຈະເລີນຊັບ ເປັນອາຄານຊັ້ນດຽວມີຂະໜາດ 60x80 ​ແມັດ ເມື່ອສ້າງສໍາເລັດ ຈະເປັນສູນລວມສິນຄ້າຂອງແຂວງ ເພຶ່ອສົ່ງໄປຕ່າງປະເທດ, ທັງນີ້ ກໍ່ເພຶ່ອເປັນການພັດທະນາ ເສດຖະກິດຂອງ ສປປ ລາວ ກໍ່ຄືແຂວງບໍລິຄໍາໄຊ, ເພື່ອຊຸກຍູ້ ແລະ ສົ່ງເສີມ ສິນຄ້າຂອງພໍ່ແມ່ປະຊາຊົນ, ສົ່ງເສີມການລົງທຶນ ການກໍ່ສ້າງພຶ້ນຖານໂຄງລ່າງ, ການແລກປຽ່ນສິນຄ້າ ໃຫ້ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ທັນສະໄໝ.

About admins14