ບໍລິຄຳໄຊ ຈັດພິທີເຊັນສັນຍາຊອກຄົ້ນ – ສໍາຫຼວດ ແຮ່ຊີລີກາ ແລະ ຫິນແກ້ວການຊີສ

ໃນວັນທີ 4 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການສຳຫລວດແຮ່ຊີລີລີກາ ຢູ່ເມືອງໄຊຈຳພອນ ແລະ ແຮ່ການຊີສ ຢູ່ເມືອງວຽງທອງ, ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຄໍາອ່ອນ ລາວທາງ ປະທານບໍລິສັດ ວຽງຈັນພະລັງງານໃນທະວີບພັດທະນາ ຈໍາກັດ, ຊ້ອງໜ້າໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ວຽງຈັນພະລັງງານໃນທະວີບພັດທະນາ ຈໍາກັດ ມີຄວາມຕ້ອງການຊອກຄົ້ນ ແລະ ສໍາຫຼວດ ແຮ່ຊີລີລີກາ ຢູ່ເຂດບ້ານສົບຄີ ເມືອງໄຊຈໍາພອນ ໃນເນື້ອທີ່ 4 ເຮັກຕາ ດ້ວຍໄລຍະເວລາຊອກຄົ້ນ – ສໍາຫຼວດ 9 ເດືອນ ແລະ ແຮ່ຫີນແກ້ວການຊີສ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ ໃນເນື້ອທີ່ 4 ເຮັກຕາ, ອາຍຸສັນຍາເວລາຊອກຄົ້ນ ແລະ ສໍາຫຼວດ 12 ເດືອນ.

About admins14