ບໍລິຄຳໄຊ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 97 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2022 ຢູ່ສູນຊາວໜຸ່ມແຂວງ ບ້ານປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີບັນດາການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ນ້ອງນ້ອຍຊາວໜຸ່ມ – ເຍົາວະຊົນ ເຂົ້າຮ່ວມ.

ໃນພິທີ ທ່ານເຈົ້າແຂວງ ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ສິດທິ ແລະ ຄວາມສຳຄັນຂອງເດັກ ຊຶ່ງມີຄວາມຕ້ອງການໃຫ້ມີການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດ ເພາະເດັກນ້ອຍໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນຕໍ່ໜ້າ ແລະ ກາຍເປັນກໍາລັງແຮງຂອງຊາດ ໃນການສ້າງສາພັດທະນາເສດຖະກິດ – ສັງຄົມ.

ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງສິ່ງແວດລ້ອມ ໂດຍສະເພາະການປົກປັກຮັກສາປົກໄມ້, ວັນປູກໄມ້ແຫ່ງຊາດ ແມ່ນວັນສຳຄັນ ແມ່ນມື້ເລີ່ມຕົ້ນສ້າງຂະບວນການ ກ່ຽວກັບວຽກງານປ່າໄມ້ ເພື່ອປູກຈິດສໍານຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ກໍ່ຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສຳຄັນຂອງປ່າໄມ້, ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ໃຫ້ມີຄວາມຍືນຍົງ.

ໂອກາດນີ້ ການນໍາຂອງແຂວງ ຍັງໄດ້ແຈກຢາຍເຂົ້າໜົມ ແລະ ອຸປະກອນການສຶກສາ ໃຫ້ແກ່ນ້ອງນັກຮຽນ, ຊາວໜຸ່ມ ແລະ ເຍົາວະຊົນ – ອານຸຊົນ ແລະ ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ເດີ່ນສູນຊາວໜຸ່ມແຂວງ ໃນເນື້ອທີ່ປະມານ 1 ເຮັກຕາ, ເບ້ຍໄມ້ຈໍານວນ 500 ເບ້ຍ ໃນນັ້ນ ມີໄມ້ດູ່, ໄມ້ຂະຍຸງ, ໄມ້ປະດັບ ແລະ ໄມ້ອື່ນໆ, ຫຼັງຈາກນັ້ນ ການນຳແຂວງບໍລິຄຳໄຊ ຍັງຈະໄດ້ຮ່ວມກັນປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ ຈໍານວນໜຶ່ງ ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ.

ນອກຈາກພິທີປູກຕົ້ນໄມ້ຂອງແຂວງແລ້ວ ແຕ່ລະເມືອງກໍ່ໄດ້ຈັດພິທີປູກຕົ້ນໄມ້ຂອງຕົນຂຶ້ນ ລວມເນື້ອທີ່ທີ່ໄດ້ຈັດພິທີປູກທົ່ວແຂວງ ປະມານ 13 ເຮັກຕາ, ໃນໄລຍະຜ່ານມາແຂວງບໍລິຄຳໄຊ ໄດ້ມີການລົງທຶນປູກໄມ້ຂອງບໍລິສັດ ແລະ ປະຊາຊົນ ເປັນປະເພດໄມ້ວິກ, ຢາງພາລາ ແລະ ໄມ້ອຸດສາຫະກຳ ໄດ້ 35.234 ເຮັກສາ, ໃນປີ 2022 ສາມາດຜະລິດເບຍໄມ້ໄດ້ 4.774.000 ເບ້ຍ ລື່ນແຜນເກືອບ 3 ເທົ່າ ແລະ ແຜນປູກໄມ້ 3.224 ເຮັກຕາ, ປະຕິບັດໄດ້ 1.000 ກວ່າເຮັກຕາ ແລະ ຍັງກຳລັງຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການທີ່ກຳນົດໄວ້.

About admins14