ບໍລິຄຳໄຊ ຈະເລັ່ງໃສ່ 6 ກິດຈະກຳ ໃນການສົ່ງເສີມ ” ລາວທ່ຽວລາວ ” ປີ 2021

ທ່ານ ຊາຍຄຳ ປັນຍານຸວົງ ຫົວໜ້າຂະແໜງທ່ອງທ່ຽວ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການ 2021 ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ທີ່ໄດ້ຈັດຂຶ້ນໃນວັນທີ 09 ກຸມພາ 2021 ຢູ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ.

ແຂວງບໍລິຄຳໄຊ ແມ່ນແຂວງໜຶ່ງທີ່ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 (COVID-19) ນັບແຕ່ວັນທີ່ 20 ມີນາ 2020 ເປັນຕົ້້ນມາ ໂດຍມີຜົນກະທົບໂດຍກົງກັບຂົງເຂດວຽການທ່ອງທ່ຽວຂອງແຂວງ.

ເພື່່່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ແຂວງບໍລິຄຳໄຊ ກໍ່ໄດ້ສຸມໃສ່ໃນການຄຸ້ມຄອງເຮືອນພັກ, ໂຮງແຮມ, ລີສອດ, ສະຖານບັນເທີງ, ຮ້ານອາຫານ ຢ່າງເປັນປົກກະຕິ, ເກັບກໍາສະຖິຕິນັກທ່ອງທ່ຽວເຂົ້າແຂວງໂດຍຜ່ານດ່ານສາກົນ 2 ດ່ານ ເຊິ່ງປີ 2020 ມີນັກທ່ອງທ່ຽວເຂົ້າແຂວງທັງພາຍໃນ ແລະ ພາຍນອກ ທັງໝົດ 129,375 ເທື່ອຄົນ ເທົ່າກັບ 43,13 % (ຄາດໝາຍສູ້ຊົນ 300,000 ເທື່ອຄົນ) ແລະ ຜູ້ທີ່ມີພັນທະເສຍເງິນກອງທືນລວມມີ 12,172 ເທື່ອຄົນ ລວມເງີນ 97,376,000 ກີບ, ສໍາເລັດການສັງລວມສະຖິຕິເເຫຼ່ງທ່ອງທ່ຽວໃນທົ່ວເເຂວງສະເໜີຮັບຮອງໃໝ່, ເຊິ່ງປະຈຸບັນ ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 117 ແຫ່ງ, ທ່ອງທ່ຽວທາງທໍາມະຊາດ 101 ແຫ່ງ, ວັດທະນະທໍາ 13 ແຫ່ງ ແລະ ປະຫວັດສດ 3 ແຫ່ງ, ສະໜອງຂໍ້ມູນສະຖິຕິການທ່ອງທ່ຽວແຕ່ປີ 2010 – 2020 ສົ່ງໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມກັບສໍາຫຼວດຄວາມຄິດເຫັນຂອງນັກທ່ອງທ່ຽວ ທີ່ເຂົ້າທ່ຽວຊົມແຫຼ່ງທ່ອງທ່ຽວໃນວົງຈອນການທ່ອງທ່ຽວເມືອງ ຄໍາເກີດ ເຊື່ອມຕໍ່ກັບແຂວງຄໍາມ່ວນ, ຈັດລາຍການ “ ທ່ອງທ່ຽວແບບຍືນຍົງ ” ອອກອາກາດທາງວິທະຍຸກະຈາຍສຽງແຂວງ ໄດ້ 37 ຄັ້ງ ແລະ ຂຽນຂ່າວໂຄສະນາວຽກງານທ່ອງທ່ຽວລົງໜ້າໜັງສືພິມແຂວງ ໄດ້ 34 ເລື່ອງ, ອອກໃບອະນຸຍາດໃໝ່ດຳເນີນທຸລະກິດແຫຼ່ງທ່ອງທ່ຽວ 1 ຫົວໜ່ວຍ, ລີສອດ 1 ຫົວໜ່ວຍ, ຮ້ານຄາຣາໂອເກະ 2 ຫົວໜ່ວຍ, ຮ້ານອາຫານ 1 ຫົວໜ່ວຍ, ຮ້ານບັນເທີງ 1 ຫົວໜ່ວຍ ແລະ ບໍລິສັດທ່ອງທ່ຽວ 1 ຫົວໜ່ວຍ, ຈັດມາດຖານໂຮງແຮມ, ເຮືອນພັກ ໄດ້ 2 ຄັ້ງ ( ຄາດໝາຍ 10 ແຫ່ງ ) ສົມທົບກັບເຈົ້າໜ້າທີ່ຕໍາຫຼວດລົງກວດກາ, ຕິດຕາມ ການເຄື່ອນໄຫວ ທຸລະກິດການບໍລິການດ້ານການທ່ອງທ່ຽວເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ 45 ຄັ້ງ.

ແຜນການປີ 2021 ແຂວງບໍລິຄຳໄຊ ກໍ່ຍັງສືບຕໍ່ ສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ໂດຍຈະເລັ່ງໃສ່ການຈັດກິດຈະກຳ ດັ່ງນີ້: ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ກິດຈະກຳເທດສະການອາຫານທ່ອງຖີ່ນ ຢູ່ບັນດາເມືອງທີ່ມີເງື່ອນໄຂຕື່ມອີກ, ທັດສະນະສຶກສາຂອງສື່ມວນຊົນພາຍໃນແຂວງ ເພື່ອຢ້ຽມຢາມແຫຼ່ງທ່ອງທ່ຽວຕາມລະດູການ, ທ່ອງທ່ຽວດ້ານວັດທະນະທຳ ຕິດພັນບຸນປະເພນີຂອງແຂວງບໍລິຄຳໄຊ, ຈັດງານພົບປະລະຫວ່າງ ຜູ້ຊື້-ຜູ້ຂາຍ ກ່ຽວກັບທຸລະກິດທ່ອງທ່ຽວ ລວມໄປເຖືງນະໂຍບາຍຜູ້ລົງທືນພັດທະນາແຫຼ່ງທ່ອງທ່ຽວເປັນອັນສະເພາະ ເພື່ອຮຽກການລົງທືນ, ປະຊຸມປືກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດ ເພື່ອສົ່ງເສີມການທ່ອງທ່ຽວ ໂດຍ ຮູບແບບ ການຫຼຸດຄ່າສະຖານທີ່ພັກ, ຮ້ານອາຫານ ລວມໄປເຖືງການບໍລິການຕ່າງໆ ປີ່ນອ້ອມວຽກງານທ່ອງທ່ຽວຢູ່ແຂວງບໍລິຄຳໄຊ, ໂຄສະນາການທ່ອງທ່ຽວ ໂດຍ ຮູບແບບ ການຫຼຸດຄ່າສະຖານທີ່ພັກ, ຮ້ານອາຫານ ລວມໄປເຖືງການບໍລິການຕ່າງໆປີ່ນອ້ອມວຽກງານທ່ອງທ່ຽວຢູ່ແຂວງບໍລິຄຳໄຊ, ການກຳນົດບັນດາກິດຈະກຳຕ່າງໆເຂົ້າໃນການໂຄສະນາ ຜ່ານປະຕິທິນການທ່ອງທ່ຽວຂອງແຂວງ ໂດຍກຳນົດກິດຈະກຳ ການເຊື່ອມຕໍ່ເມື່ອງທ່າພະບາດ – ນະຄອນຫຼວງວຽງຈັນ, ແຫຼ່ງທ່ອງທ່ຽວຕາມເສັ້ນທາງ 4 ເບ ເຊື່ອມໄປແຂວງຊຽງຂວາງ ແລະ ແຫຼ່ງທ່ອງທ່ຽວ ເມື່ອງຄຳເກີດ ເຊື່ອມໃສ່ແຂວງຄຳມ່ວນ ແລະ ແຫຼ່ງອື່ນອີກທີ່ເຫັນວ່າມີເງື່່ອນໄຂ ທີ່ສາມາດຈັດລາຍການທ່ອງທ່ຽວຕາມລະດູການ ແລະ ທ່າແຮງໃນແຕ່ລະເມືອງ. ບັນດາກິດຈະກຳດັ່ງກ່າວນັ້ນ ແມ່ນຈະຈັດຕິດພັນກັບງານປະເພນີຕ່າງໆ ຂອງແຕ່ລະທ່ອງຖີ່ນຢູ່ແຕ່ລະເມືອງ ເພື່ອໃຫ້ເຂົ້າກັບນະໂຍບາຍ New normal ເພື່ອສ້າງໂອກາດໃຫ້ມີການທ່ອງທ່ຽວພາຍໃນຫຼາຍຂື້ນ.

About admins16