ບໍລິຄຳໄຊ ຈະນຳໃຊ້ ລະບົບເອເລັກໂຕຣນິກ ຍົກລະດັບປະສິດທິພາບຂອງວຽກງານ

ເພື່ອຍົກລະດັບຄຸນນະພາບວຽກງານ ຂອງອົງກອນພາກລັດ ແລະ ເອກະຊົນ ໃຫ້ສະດວກ, ວ່ອງໄວ ແລະ ທັນສະໄໝ ສອດຄ່ອງກັບຍຸກສະໄໝປະຕິວັດອຸດສາຫະກໍາ 4.0 ຂອງໂລກ ໃນວັນທີ 6 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສຳມະນາວຽກງານເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ດິຈີຕອນຂຶ້ນ ເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອໍານວຍການໃຫຍ່ ໄອຊີທີ ແລະ ຂໍ້ມູນຂ່າວສານ ບໍລິສັດສະຕາໂທລະຄົມ, ມີພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນຳສະເໜີ ກ່ຽວກັບ Uoffice ເປັນຜະລິດຕະພັນສຳເລັດຮູບ ທາງເອເລັກໂຕຣນິກ ຂອງບໍລິສັດສະຕາໂທລະຄົມ ເພື່ອໃຊ້ບໍລິຫານຄຸ້ມຄອງຫ້ອງການ ທີ່ນຳໃຊ້ເຂົ້າໃນການຄຸ້ມຄອງເອະສານຂາເຂົ້າ-ຂາອອກ, ສາມາດເຊັນເອເລັກໂຕຣນິກ, ໃຊ້ຄຸ້ມຄອງຕາຕະລາງກອງປະຊຸມ, ຄຸ້ມຄອງວຽກ ແລະ ສື່ສານ, ເກັບຮັກສາ, ແຈ້ງເຕືອນຜ່ານຂໍ້ຄວາມເອເລັກໂຕຣນິກ (SMS) ແລະ ອີເມວ (email), ລະບົບນີ້ຈະຊ່ວຍເພີ່ມຄວາມສະດວກໃນການເກັບຮັກສາເອກະສານໄດ້ຍາວນານ, ມີຄວາມປອດໄພສູງ ແລະ ສາມາດຄົ້ນຫາໄດ້ວ່ອງໄວ ເພາະຂໍ້ມູນຕ່າງໆ ຈະຖືກເກັບຮັກສາໄວ້ຢູ່ທີ່ຖານຂໍ້ມູນ ຂອງບໍລິສັດສະຕາໂທລະຄົມ, ສາມາດເຮັດວຽກໄດ້ທຸກບ່ອນ ເຮັດໃຫ້ຫຼຸດຜ່ອນໄດ້ທັງເວລາ ແລະ ຄ່າໃຊ້ຈ່າຍ ທີ່ບໍ່ຈຳເປັນ.

ຫຼັງຈາກນັ້ນ ຍັງໄດ້ຟັງການນຳສະເໜີ ກ່ຽວກັບ VC-CLOUD ເປັນລະບົບປະຊຸມທາງໄກ ແບບທັນສະໄໝ, ສະມາດຈັດກອງປະຊຸມໄດ້ວ່ອງໄວ ໄດ້ທຸກທີ່ທຸກເວລາ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍເອກະສານ ມີຄວາມສະດວກຂຶ້ນ, ພ້ອມນັ້ນ ຍັງໄດຮັບຟັງການສະເໜີ ຜະລິດຕະພັນສຳເລັດຮູບ ທາງເອເລັກໂຕຣນິກ ຢູມັນນີ (u-money) ທີ່ມີໜ້າທີ່ບໍລິການ ການເຮັດທຸລະກຳທາງດ້ານການເງິນເທິງມືຖື ສາມາດເອີນເງິນ, ຖອນເງິນ, ສາມາດຊື້ເຄື່ອງອຸປະໂພກ-ບໍລິໂພກ, ຊຳລະຄ່າບໍລິການ ແລະ ອື່ນໆ. ສຳລັບແຂວງບໍລິຄຳໄຊ ມີຮ້ານຄ້າທີ່ຮັບຊຳລະຜ່ານ u-money ທັງໝົດ 88 ຮ້ານ.

About admins14