ບໍລິຄຳໄຊ – ຄຳມ່ວນ ແລກປ່ຽນຖອດຖອນບົດຮຽນວຽກງານອະນຸສາວະລີຮ່ວມກັນ

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນດ້ານວຽກງານອະນຸສາວະລີ ລະຫວ່າງແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 14 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ແກ້ວອຸດອນ ໄຊປະເສີດ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີແຂວງບໍລິຄຳໄຊ ແລະ ຝ່າຍແຂວງຄຳມ່ວນ ນຳໂດຍ ທ່ານນາງ ວົງພະຈັນ ສີບຸນເຮືອງ ຫົວໜ້າຄະນະຮັບຜິດຊອບອະນຸສາວະລີແຂວງຄຳມ່ວນ ມີຄະນະຮັບຜິດຊອບອະນຸສາວະລີຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນຄັ້ງນີ້ ຄະນະວິຊາການຂອງທັງ 2 ຝ່າຍ ໄດ້ຍົກເອົາບັນຫາວຽກງານທີ່ປິ່ນອ້ອມ ມາປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນດ້ານການກະກຽມພິທີການໃນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ການສ້າງຂະບວນການ, ການຈັດພິທີວາງກະຕ່າດອກໄມ້, ການຄຸ້ມຄອງ-ບໍລິຫານ, ການບູລະນະສ້ອມແປງ, ສົ່ງເສີມພາລະບົດບາດ, ການປົກປັກຮັກສາສະຖານທີ່ອະນຸສາວະລີ, ອະນຸສອນ ແລະ ຮູບຫຼໍ່ຂອງທ່ານຜູ້ນຳ, ພາລະບົດບາດຂອງຫ້ອງການຄະນະຮັບຜິດຊອບອະນຸສາວະລີ ແຂວງ, ເມືອງ ທີ່ມີອະນຸສາວະລີຕັ້ງຢູ່.

ຈາກນັ້ນ ກອງປະຊຸມຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອຈະໄດ້ພົບປະແລກປ່ຽນບົດຮຽນ ພ້ອມແຮກສ່ຽວຮ່ວມມືນຳກັນລະຫວ່າງສອງແຂວງ ບໍລິຄຳໄຊ-ຄຳມ່ວນ ເປັນຕົ້ນແມ່ນທາງດ້ານວິຊາການ, ດ້ານຂໍ້ມູນຂ່າວສານ ແລະ ຈັດກອງປະຊຸມຕ່າງໆຮ່ວມກັນ ໂດຍຊ້ອງໜ້າຂອງທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

About admins16