ບໍລິຄຳໄຊ – ຄຳມ່ວນ ຍົກລະດັບການຄຸ້ມຄອງສິ່ງແວດລ້ອມ ສຳລັບການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ

ຊຸດຝຶກອົບຮົມການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ເປັນປະທານໂດຍ ທ່ານ ສິລິພອນ ອິນທິລາດ ຫົວໜ້າສະຖາບັນ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ມີຕາງໜ້າ ຈາກກະຊວງ ຍທຂ, ພະແນກ ຍທຂ ແຂວງ, ເມືອງ ແລະ ຄະນະກຳມະການ ຕິດຕາມ-ກວດກາສິ່ງແວດລ້ອມ ແຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ຈະໃຊ້ເວລາ 3 ວັນ ແຕ່ວັນທີ 5 – 7 ກໍລະກົດ 2022 ເຊິ່ງນັກສໍາມະນາກອນຈະໄດ້ຮຽນຮູ້ ແລະ ປຶກສາຫາລືໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນໜ້າວຽກຈັດຕັ້ງປະຕິບັດການຝຶກອົບຮົມ ກອບການຄຸ່ມຄອງສິ່ງແວດລ້ອມ ແລະ ສັງຄົມ ບ້ວງເງິນເພີ່ມ ໂຄງການຂະແໜງຂົວທາງ ໄລຍະ 2, ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ໂຄງການເລກທີ 13 ໃຕ້, ບັນຫາທາງດ້ານສິ່ງແວດລ້ອມ ທີ່ເກີດຈາກການໂຄງການພັດທະນາພື້ນຖານໂຄງລ່າງ, ການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ, ສັງຄົມ, ສຸຂະພາບ, ຄວາມປອດໄພຂອງແຮງງານ ແລະ ຂອງຊຸມຊົນ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສິ່ງແວດລ້ອມ-ສັງຄົມ ແລະ ພັນທະຂອງຜູ້ຮັບເໝົາ, ການຕິດຕາມກວດກາ, ປະເມີນຄວາມສ່ຽງທາງດ້ານຄວາມປອດໄພຕໍ່ກຳມະກອນ ແລະ ຊຸມຊົນ, ການຈັດຕັ້ງປະຕິບັດແຜນສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ກ່ຽວກັບຄວາມປອດໄພໃນການສັນຈອນ, ພ້ອມນັ້ນຍັງຈະໄດ້ລົງຝຶກຈັດຕັ້ງປະຕິບັດພາກສະໜາມຕົວຈິງ.

ຊຸດຝຶກອົບຮົມ ກໍ່ເພື່ອສ້າງຄວາມເອກະພາບຮ່ວມກັນ ຂອງຄະນະກໍາມະການຕິດຕາມກວດກາສິ່ງແວດລ້ອມແຂວງ ແລະ ຄະນະຈັດຕັ້ງປະຕິບັດໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບຂະບວນການຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານສີ່ງແວດລ້ອມ ແລະ ສັງຄົມ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກໍາມະການ, ຄະນະຈັດຕັ້ງປະຕິບັດໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ໃນການຕິດຕາມກວດກາ ແລະ ການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ.

About admins14