ບໍລິຄຳໄຊ ກຽມພ້ອມສູນກັກກັນແຮງງານກັບຄືນປະເທດ

ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ຫົວໜ້າຄະນະສະເພາະກິດຂັ້ນແຂວງ-ເມືອງ ລົງຕິດຕາມສູນກັກກັນໂຄວິດ 19 ຂອງແຮງງງານລາວທີ່ກັບຄືນປະເທດ.

ໃນການລົງຕິດຕາມຄັ້ງນີ້ ທ່ານເຈົ້າແຂວງພ້ອມຄະນະ ໄດ້ລົງໄປເບິ່ງສູນກັກກັນໂຮງຮຽນບ້ານໄຊມຸງຄຸນ ເຊິ່ງໃນທົ່ວແຂວງມີທັງໝົດ 17 ສູນ ໃນນັ້ນ ເມືອງປາກຊັນ ຍັງເຫຼືອແຮງງານທີ່ຢູ່ສູນເມືອງປາກຊັນ 47 ຄົນ, ເມືອງທ່າພະບາດ 5 ຄົນ, ບໍລິຄັນ 7 ຄົນ, ເມືອງປາກກະດິງ 67 ຄົນ, ຄຳເກີດ 107 ຄົນ, ເມືອງວຽງທອງ 1 ຄົນ. ຮອດປັດຈຸບັນທົ່ວແຂວງກວດພົບເຊື້ອຈາກແຮງງານທີ່ເດີນທາງກັບມາຈາກປະເທດໃກ້ຄຽງ ຕິດເຊື້ອ 6 ກໍລະນີ ແລະ ຍັງລໍຖ້າຜົນກວດ 30 ຄົນ.

ຫຼັງຈາກນັ້ນ ຄະນະສະເພາະກິດ ຍັງໄດ້ລົງເບິ່ງໂຮງຮຽນນາຍ 10 ປກສ ຊັນຕົ້ນເລກ 4 ໂດຍມີແຜນການປັບປຸງ, ສ້ອມແປງບ່ອນທີ່ມີການເປເພ ແລະ ຕໍ່ເຕີ່ມ ເພື່ອອຳນວຍຄວາມສະດວກໃນດ້ານຕ່າງໆ ໂດຍການຊ່ວຍເຫຼືອດ້ານງົບປະມານຈຳນວນໜຶ່ງຂອງແຂວງ ເປັນຕົ້ນແມ່ນ ຕຽງນອນ, ຫ້ອງນ້ຳ, ເຄື່ອງອຸປະກອນໃຊ້ແຕ່ງກິນ ແລະ ອື່ນໆ ເພື່ອຈະໄດ້ນຳໃຊ້ເປັນບ່ອນຮອງຮັບແຮງງານກຸ່ມທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ 19 ໃຫ້ພຽງພໍ ແລະ ຄາດວ່າຈະໄດ້ເປີດນຳໃຊ້ໃນໄວໆນີ້.

About admins16