ບໍລິຄຳໄຊ ກຽມພ້ອມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ

ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2022 ຢູ່ສະພາປະຊາຊົນແຂວງບໍລິຄຳໄຊ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານການຈັດກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ ຂັ້ນແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງ ກ່ຽວກັບການກະກຽມຈັດກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ.

ໃນການຈັດກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ ມາຮອດປັດຈຸບັນມີຄວາມຄືບໜ້າແຕ່ລະວຽກງານ ດັ່ງນີ້: ວຽກງານຂອງຄະນະອະນຸກໍາມະການເນື້ອໃນ ໄດ້ສໍາເລັດກອງປະຊຸມປຶກສາຫາລືແບ່ງຄວາມຮັບຜິດຊອບ ແລະ ກະກຽມວຽກງານຂອງຄະນະອານຸກໍາມະການເນື້ອໃນ, ໃນນັ້ນ ສໍາເລັດກະກຽມວິດີໂອສາຍຮູບພາບ ແລະ ຮູບເງົາປະຫວັດສາດການຮ່ວມມືລາວ – ຫວຽດນາມ, ພ້ອມທັງແຜນງົບປະມານຂອງອະນຸກາມະການເນື້ອໃນ ແມ່ນໄດ້ສົ່ງໃຫ້ຫ້ອງວ່າການແຂວງສັງລວມຮຽບຮ້ອຍແລ້ວ, ສໍາລັບຮ່າງແຜນການເຄື່ອນໄຫວ, ວາລະໃນການຈັດງານໂຮມຊຸມນຸມມິດຕິ້ງ, ປ້າຍຄໍາຂວັນຕ່າງໆ, ຮ່າງບັດເຊີນ ທັງແຂກພາຍໃນ, ຕ່າງປະເທດ ແລະ ເນື້ອໃນກ່ຽວຂ້ອງອື່ນໆ ພະແນກການຕ່າງປະເທດໄດ້ກະກຽມສໍາເລັດໂດຍພື້ນຖານ.

ໄດ້ສໍາເລັດການຈັດກອງປະຊຸມປຶກສາຫາລື ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນພາຍໃນອະນຸກໍາມະການລະອຽດ, ການຂື້ນແຜນງົບປະມານຕ່າງໆ ເພື່ອກະກຽມຄວາມພ້ອມບົນພື້ນການຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວລະອຽດທີ່ໄດ້ສ້າງຂື້ນ, ໄດ້ເອົາແຈ້ງການ, ອອກສະປອດໂຄສະນາ ແລະ ເນື້ອໃນຈິດໃຈຕ່າງໆກ່ຽວກັບການສະເຫຼີມສະຫຼອງປີສາມັກຄີລາວ – ຫວຽດນາມ 2022 ທີ່ໄດ້ຜ່ານການກວດກາຈາກພະແນກການຕ່າງປະເທດ ເພື່ອອອກທາງສື່ວິທະຍຸ – ໂທລະພາບ, ຫນັງສືພິມ, ເຟດບຸກ, ເວບໄຊຂອງແຂວງຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.

ນັບແຕ່ເດືອນພຶດສະພາເປັນຕົ້ນມາ ເພື່ອໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈເລິກເຊິ່ງ ຕໍ່ກັບສາຍພົວພັນລາວ – ຫວຽດນາມແບບອ້າຍນ້ອງທີ່ມີມາແຕ່ດົນນານ, ໃນນັ້ນ ໄດ້ມີການເຄື່ອນໄຫວຈັດເປົ້າຫມາຍສໍາພາດຢູ່ແຕ່ລະພາກສ່ວນການນໍາພະແນກການຈໍານວນຫນື່ງ, ມີການກະກຽມເນື້ອໃນຖາມຕອບສໍາພາດ ເປັນໃຈກາງແລະ ເປັນເຈົ້າການຄົ້ນຄວ້າບັນດາຂໍ້ມູນ ແລະ ຮູບພາບປະຫວັດສາດການຮ່ວມມືລາວຫວຽດນາມ, ການຮ່ວມມືລະຫວ່າງແຂວງບໍລິຄໍາໄຊກັບສສ ຫວຽດນາມ ໃນໄລຍະ 5 ປີຜ່ານມາ ຈາກພາກສ່ວນຕ່າງໆອອ້ອມຂ້າງແຂວງ ເປັນເຈົ້າການໃນການກະກຽມແຜ່ນພັບໂຄສະນາການທ່ອງທ່ຽວແຂວງ ເປັນເຈົ້າການຂື້ນແຜນລາຍການສະແດງສິລະປະ, ຮ້ອງເພງທີ່ກ່ຽວຂ້ອງເຖິງສາຍພົວພັນລາວ – ຫວຽດນາມ ເພື່ອກະກຽມຮອງຮັບໃຫ້ແກ່ລາຍການສະແດງສີລະປະເປີດງານຮົມຊຸມນຸມມິດຕິ້ງ.

ໄດ້ເລີ່ມຕົ້ນຈັດກິດຈະກໍາການແຂ່ງຂັນກິລາມິດຕະພາບ ໂດຍສະເພາະກິດຈະກໍາບານເຕະ, ຈັດກິດຈະກໍາຍ່າງເພື່ອສຸຂະພາບຢູ່ອານຸສາວະລີທ່ານ ສີສົມພອນ ລໍວັນໄຊ, ສໍາລັບກິດຈະກໍາ ຖາມ – ຕອບວິທະຍາສາດຄວາມຮູ້ກ່ຽວກັບສາຍພົວພັນລາວ – ຫວຽດນາມ ພວມສືບຕໍ່ກະກຽມແຜນການ ແລະ ເນື້ອໃນຄວາມພ້ອມເຊິ່ງຈະໄດ້ຈັດຂື້ນໃນເດືອນກັນຍາ 2022, ໄດ້ມີການແບ່ງຄວາມຮັບຜິດຊອບລະອຽດໃຫ້ແຕ່ລະພາກສ່ວນພາຍໃນອະນຸກໍາມະການ, ສ່ວນການຈັດສະຖານທີ່ໂຮມຊຸມນຸມມິດຕິ້ງຢູ່ສະໂມສອນໃຫຍ່ ໄດ້ມອບໃຫ້ແຕ່ລະພາກສ່ວນພາຍໃນອະນຸກໍາມະການໄດ້ຈັດແບ່ງກໍາລັງພົນພາຍໃນກົມກອງຕົນເພື່ອຈັດ ແລະ ມ້ຽນສະຖານທີ່ຮ່ວມກັນ. ນອກນັ້ນ ບັນດາເມືອງ ແລະ ບາງພະແນກການໄດ້ເລີ່ມຕິດປ້າຍຄໍາຂວັນສະເຫຼີມສະຫຼອງປີສາມັກຄີທິດຕະພາບລາວ – ຫວຽດນາມຢູ່ດ້ານຫນ້າສໍານັງານຂອງຕົນແລະຈຸດສໍາຄັນຕ່າງໆ.

About admins16