ບໍລິຄຳໄຊ ກຽມພ້ອມຝຶກອົບຮົມວິຊາຊີບ ໃຫ້ແກ່ແຮງງານລາວກັບຈາກຕ່າງປະເທດ ຍ້ອນຜົນກະທົບຈາກ ໂຄວິດ 19

ໃນປັດຈຸບັນສະພາບການແຜ່ລະບາດຂອງພະຍາດ Covid-19 ກຳລັງແຜ່ລະບາດໃນທົ່ວໂລກກໍຄືປະເທດພວກເຮົາ ແລະ ກໍບໍ່ຮູ້ວ່າເມື່ອໃດຈຶ່ງຈະມີທ່າອ່ຽງຫຼຸດຜ່ອນລົງ ຕໍ່ສະພາບການດັ່ງກ່າວຈຶ່ງມີຜົນກະທົບເຖິງການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງມວນມະນຸດ ໂດຍສະເພາະແມ່ນເຮັດໃຫ້ເກີດມີໄພວ່າງງານ ຈຶ່ງເຮັດໃຫ້ບັນດາຜູ້ອອກແຮງງານຂອງປະເທດພວກເຮົາກໍຄືແຂວງບໍລິຄໍາໄຊ ທີ່ໄປອອກແຮງງານຢູ່ຕ່າງປະເທດນັບທັງການໄປຖືກຕ້ອງ ແລະ ບໍ່ຖືກຕ້ອງໄດ້ຫຼັ່ງໄຫຼກັບຄືນປະເທດ ໃນແຕ່ລະວັນຢ່າງຫຼວງຫຼາຍ ແລະ ຍັງສືບຕໍ່ກັບຄືນມາ ສະເພາະແຂວງບໍລິຄຳໄຊ ນັບແຕ່ເກີດເຫດການລະບາດຂອງພະຍາດ Covid-19 ເປັນຕົ້ນມາໄດ້ມີພົນລະເມືອງລາວທີ່ເປັນຊາວແຂວງບໍລິຄຳໄຊໄດ້ກັບຄືນມາບ້ານເກີດເມືອງນອນຂອງຕົນເປັນຈຳນວນຫຼວງຫຼາຍ ແລະ ເຮັດໃຫ້ເກີດແຮງງານທີ່ເດີນທາງກັບມານັ້ນວ່າງງານ.

ທ່ານ ແສງເພັດ ມູນລະໄມ ຮອງຫົວໜ້າແຮງງານ, ສະຫວັດດີການແລະ ສັງຄົມ ໄດ້ລາຍງານໃນຕອນເຊົ້າຂອງວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ: ໃນໄລຍະປີ 2019 ກ່ອນການກັບມາຂອງພົນລະເມືອງລາວຊາວແຂວງບໍລິຄຳໄຊ ທີ່ອອກໄປຕ່າງປະເທດ ແລະ ຕ່າງແຂວງ ຈຳນວນທັງໝົດ 7.037ຄົນ, ຍິງ 5.188 ຄົນ ໃນນັ້ນ ຢູ່ປະເທດໄທ 6.135 ຄົນ, ຍິງ 4.603 ຄົນ. ຜ່ານການເກັບກຳຂໍ້ມູນແຕ່ 22 ເມສາ 2020-13 ກັນຍາ 2021 ທີ່ມີການຄັດຈ້ອນຜູ້ທີ່ຢູ່ໃນເກນອາຍຸອອກແຮງງານຕາມກົດໝາຍແຮງງານມີຈຳນວນຜູ້ອອກແຮງງານທັງໝົດ 2,982ຄົນ, ຍິງ 2,038 ຄົນ. ປັດຈຸບັນຈຳນວນແຮງງານທີ່ຍັງຕົກຄ້າງຢູ່ຕ່າງປະເທດທັງໝົດ 3.153 ຄົນ, ຍິງ 2.565ຄົນ. ໂດຍປະຕິບັດຕາມນະໂຍບາຍຂອງພັກ-ລັດຖະບານ ໃນການປະສານງານ ແລະ ຮັບເອົາພົນລະເມືອງລາວທີ່ໄປອອກແຮງງານຢູ່ຕ່າງປະເທດກັບຄືນມາ ສະເພາະຢູ່ແຂວງ ກໍໄດ້ມີການປະສານງານກັບເຈົ້າໜ້າທີ່ແຂວງໃກ້ຄຽງຂອງປະເທດໄທເພື່ອອຳນວຍຄວາມສະດວກໃຫ້ແຮງງານລາວ ໄດ້ກັບມາຕາມດ່ານສາກົນປາກຊັນ-ບຶງການ ເຊິ່ງໃນແຕ່ລະວັນກໍໄດ້ມີແຮງງານລາວທີ່ເປັນພົນລະເມືອງຂອງແຂວງພວກເຮົາໄດ້ທະຍອຍກັນມາ.

ທ່ານ ແສງເພັດ ມູນລະໄມ ໄດ້ຢ້ຳຕື່ມອີກວ່າ: ຕໍ່ກັບສະຖານະການດັ່ງກ່າວ ແຂວງບໍລິຄຳໄຊ ກໍຄືພະແນກ ຮສສ ແຂວງ ໄດ້ຊອກຫາວິທີແກ້ໄຂຕໍ່ຜູ້ວ່າງງານ ພະແນກ ຮສສ ແຂວງ ໄດ້ເຄື່ອນໄຫວໂຄສະນາຢູ່ບັນດາສູນປິ່ນປົວ, ສູນກັກກັນແຕ່ເມືອງໂດຍມຸ່ງເນັ້ນໃນການສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດໃນການຈັດຫາວຽກເຮັດງານທຳ, ການຝຶກອົບຮົມສີມືແຮງງານ, ການພັດທະນາສີມືແຮງງານ, ຄວາມອັນຕະລາຍຂອງການໄປອອກແຮງງານຢູ່ຕ່າງປະເທດທີ່ບໍ່ຖືກຕ້ອງ ພ້ອມທັງແນະນຳໃນການໄປອອກແຮງງານຢູ່ຕ່າງປະເທດທີ່ຖືກຕ້ອງຕາມລະບົບການຈັດຫາວຽກເຮັດງານທຳຂອງ ສປປ ລາວ ກໍຄືກະຊວງ ຮສສ ເພື່ອຫຼີກເວັ້ນຄວາມສ່ຽງການເອົາລັດເອົາປຽບ, ຕ້ານການຄ້າມະນຸດ ແລະ ໄດ້ສ້າງແຜນໂຄງການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ວ່າງງານຈໍານວນ 2.276 ຄົນ ປະກອບມີໂຄງການຝຶກອົບຮົມການປູກຜັກປອດສານພິດ, ການປູກເຫັດໃນເຮືອນຮົ່ມ, ການລ້ຽງສັດປີກ, ຊ່າງຕັດຜົມ, ຊ່າງເສີມສວຍ, ຕັດຫຍິບ, ການປູກ-ບົວລະບັດ ແລະ ຂີດຢາງພາລາ

ນອກນັ້ນ ໄດ້ເກັບກໍາຂໍ້ມູນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກ Covid-19 ໃນທົ່ວແຂວງ ແລະ ໄດ້ຕອບສະໜອງງົບປະມານຈໍານວນ 37,5 ລ້ານກີບ ແລະ ໄດ້ມອບໃຫ້ຫ້ອງການ ຮສສ ແຕ່ລະເມືອງໄປມອບໃຫ້ປະຊາຊົນໃນເປົ້າໝາຍຈຳນວນ 150 ຄອບຄົວສໍາເລັດໄປແລ້ວ, ການປະກັນສັງຄົມ ສາມາດຊ່ວຍເຫຼືອບັນດາແຮງງານໃນລະບົບທີ່ວ່າງງານໄດ້ທັງໝົດ 164 ຄົນ, ມີມູນຄ່າ 86.753.498ກີບ.

ຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທັງພາກລັດ ແລະ ເອກະຊົນພາຍໃນແຂວງ ໂດຍສະເພາະແມ່ນບັນດາຫົວໜ່ວຍວິສາຫະກິດ, ໂຮງຈັກໂຮງງານ, ໂຄງການ ແລະ ຫົວໜ່ວຍທຸລະກິດບໍລິການຕ່າງໆ ຈົ່ງໄດ້ມີສ່ວນຮ່ວມຊ່ວຍເຫຼືອຮັບເອົາບັນດາແຮງງານເຂົ້າບັນຈຸເຮັດວຽກຕາມຕຳແໜ່ງງານທີ່ເໝາະສົມກັບວິຊາອາຊີບຂອງເຂົາເຈົ້າ.

About admins16