ບໍລິຄຳໄຊ ກຽມຄວາມພ້ອມເຂົ້າຮ່ວມມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ

ກອງປະຊຸມຄະນະຮັບຜິດຊອບກະກຽມນັກກິລາແຂວງບໍລິຄຳໄຊ ເຂົ້າຮ່ວມມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດຈັດຂຶ້ນໃນວັນທີ 18 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ມີຄະນະຮັບຜິດຊອບກະຽມນັກກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການກະກຽມໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານນິຕິກໍາ, ການແຕ່ງຕັ້ງຄະນະຮັບຜິດຊອບ, ການຄັດໂຕນັກກິລາ ແລະ ວຽກງານອື່ນໆ, ໂດຍແຂວງບໍລິຄຳໄຊ ໄດ້ແຈ້ງປະເພດກິລາເຂົ້າຮ່ວມແຂ່ງຂັນທັງໝົດ 10 ປະເພດ ຄື: ບານເຕະຊາຍ, ກະຕໍ້ (ຍິງ-ຊາຍ), ເປຕັງ (ຍິງ-ຊາຍ), ແລ່ນ-ລານ (ຍິງ-ຊາຍ), ກິລາໝາກເສິກ (ຍິງ-ຊາຍ), ກິລາກ໋ອບ, ມວຍສາກົນ (ຍິງ-ຊາຍ), ດອກປີກໄກ່ (ຍິງ-ຊາຍ), ມວຍລາວ(ຍິງ-ຊາຍ) ແລະ ກິລາວູຊູ່ (ຊາຍ). ໂດຍມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະໄດຈັດຂຶ້ນໃນກາງເດືອນທັນວາ 2022.

ໃນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນ ແລະ ປະກອບຄຳຄິດ-ຄຳເຫັນ ເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນການຝືກຊ້ອມນັກກິລາ, ການເດີນທາງ ແລະ ສະຖານທີ່ພັກເຊົາ, ການກະກຽມເຄື່ອງນຸ່ງຖື ແລະ ອຸປະກອນ ຂອງນັກກິລາ, ການລະດົມການປະກອບສ່ວນໃນທົ່ວສັງຄົມ ແລະ ອື່ນໆ, ເປົ້າໝາຍ ກໍ່ເພື່ອເຮັດໃຫ້ມະຫາກໍາກິລາຄັ້ງນີ້ມີຄວາມຟົວຟື້ນມ່ວນຊື່ນ ແລະ ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.

About admins14