ບໍລິຄຳໄຊ ກຳນົດ 7 ຫົວຂໍ້ວິທະຍາສາດ ໃນການສ້າງພະນັກງານ

ກອງປະຊຸມຄົ້ນຄວ້າຮັບຮອງ ຫົວຂໍ້ວິທະຍາສາດໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 07 ກຸມພາ 2022 ຢູ່ໂຮງຮຽນການເມືອງການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ພະນັກງານພາຍໃນໂຮງຮຽນການເມືອງແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ພັກປະຊາຊົນປະຕິວັດລາວ ໄດ້ເຮັດບົດບາດປັບປຸງກໍ່ສ້າງຕົນເອງ ແລະ ນໍາພາໃນລະບົບການເມືອງ, ພັກໄດ້ເຊີດຊູຄວາມສັກສິດຂອງລັດ ເພື່ອຜັນຂະຫຍາຍແນວທາງຂອງພັກ ໃຫ້ປະກົດຜົນເປັນຈິງ, ການກຳນົດແນວທາງທີ່ຖືກຕ້ອງນັ້ນ ແມ່ນໄດ້ມາຈາກພືດຕິກຳຕົວຈິງທີ່ໄດ້ຜ່ານ ການຄົ້ນຄ້ວາວິໄຈ ໂດຍມີຂໍ້ມູນທີ່ຊັດເຈນ ແລະ ໄດ້ຮັບການຈັດຕັ້ງຜັນຂະຫຍາຍມີຜົນສໍາເລັດ, ມີປະສິດທິພາບສູງ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ: “ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກເຂົ້າສູ່ລວງເລິກ “ ບົນພື້ນຖານເນື້ອໃນຈິດໃຈດັ່ງກ່າວ ອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກແຕ່ລະຂັ້ນ ຈຶ່ງມີຄວາມຈຳເປັນຕ້ອງເພີ່ມທະວີຄວາມຮັບຜິດຊອບສູງ ເພື່ອເຮັດພາລະບົດບາດຂອງຕົນ ແລະ ຕອບສະໜອງໄດ້ໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

ເພື່ອຈັດຕັ້ງຜັນຂະຫຍາຍມະຕິ 04/ຄບສພ ໃຫ້ເຂົ້າສູ່ວຽກງານຕົວຈິງ ຢູ່ແຂວງບໍລິຄຳໄຊ, ສ້າງຄວາມເປັນເອກະພາບກ່ຽວກັບເນື້ອໃນ, ຂັ້ນຕອນໃນການຜັນຂະຫຍາຍມະຕິດັ່ງກ່າວ, ເປັນບ່ອນອີງໃຫ້ພາກສ່ວນເຮັດວຽກງານຈັດຕັ້ງພະນັກງານ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ເຮັດໃຫ້ທິດສະດີຕິດພັນກັບວຽກງານຕົວຈິງ.

ໂຮງຮຽນການເມືອງ – ການປົກຄອງແຂວງ ຈຶ່ງເປັນໃຈກາງປະສານພາກສ່ວນກ່ຽວຂ້ອງເພື່ອເປັນເອກະພາບ ເລືອກ 1 ຫົວຂໍ້ໃຫຍ່ຄົ້ນຄວ້າ ຄື: “ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກພະນັກງານ ຢູ່ແຂວງບໍລິຄຳໄຊ “ ແລະ 07 ຫົວຂໍ້ຍ່ອຍ ຄື: ວຽກງານແນວຄິດ, ວຽກຄຸ້ມຄອງ, ວຽກແຜນກຳນົດສ້າງ, ວຽກບັນຈຸຊັບຊ້ອນ, ວຽກບຳລຸງ – ກໍ່ສ້າງ, ວຽກນະໂຍບາຍ ແລະ ວຽກກວດກາປະເມີນຜົນ ພະນັກງານ.

ກອງປະຊຸມ ຍັງໄດ້ຮັບຟັງການສະເໜີໃສ່ແຕ່ລະຫົວຂໍ້ ຈາກພາກສ່ວນກ່ຽວຂ້ອງ ຢ່າງກົງໄປກົງມາ ເພື່ອຮັບປະກັນໃນການຄົ້ນຄວ້າໃຫ້ມີຄວາມສົມບູນ ແລະ ຮັບປະກັນຜົນສຳເລັດຕາລະດັບຄາດໝາຍທີ່ວາງໄວ້.

About admins16