ບໍລິຄຳໄຊເຜີຍແຜ່ດຳລັດວ່າດ້ວຍຈັນຍາບັນພະນັກງານ-ລັດຖະກອນ

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ໄດ້ຈັດຂຶ້ນໃນວັນທີ 6 ເມສາ 2022, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົມຮົມແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຈາກກະຊວງພະໃນ, ພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ດຳລັດວ່າດ້ວຍຈັນຍາບັນ ຂອງພະນັກງານ – ລັດຖະກອນ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ປະກອບດ້ວຍ 4 ໝວດ, 14 ມາຕາ ທີ່ມີຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບຈັນຍາບັນ ຂອງພະນັກງນ-ລັດຖະກອນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແນໃສ່ຄຸ້ມຄອງ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກຂອງຕົນ, ມີສະຕິຕື່ນຕົວ ເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຈັນຍາບັນຂອງພະນັກງານ-ລັດຖະກອນ ປະກອບດ້ວຍ 4 ປະເພດ ຄື: ຈັນຍາບັນຕໍ່ຕົນເອງ, ຈັນບາບັນຕໍ່ວິຊາຊີບ, ຈັນຍາບັນຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ. ພະນັກງານ-ລັດຖະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພະນັກງານທີ່ດີ, ເຄື່ອນໄຫວວິຊາຊີບຂອງຕົນ ດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ, ຕ້ອງເຄົາລົບ ແລະ ມີສະຕິຕໍ່ການຈັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຕ້ອງບໍລິການ, ຮັບໃຊ້ປະຊາຊົນ ແລະ ສັງຄົມ ດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິລິຍາມາລະຍາດດີ, ຖະໜອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນ ແລະ ສັງຄົມ ໃນເວລາປະຕິບັດໜ້າທີ່ວຽກງານ.

About admins14