ບໍລິຄຳໄຊຫວນຄືນມູນເຊື້ອ 23 ສິງຫາ

ພິທີປາຖະກະຖາວັນຢຶດອຳນາດ 23 ສິງຫາ ຄົບຮອບ 45 ປີ ແລະ 75 ປີ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2020 ຢູ່ສະໂມສອນໃຫຍ່ຂອງກອງບັນຊາການ ປກສ ແຂວງ ໃຫ້ກຽດປາຖະກະຖາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະນັກງານອະວຸໂສບຳນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.

ທ່ານເຈົ້າແຂວງໄດ້ຍົກໃຫ້ເຫັນວ່າ: ໃນປີ 1893 ຈັກກະພັດລ່າເມືອງຂື້ນຝຣັ່ງໄດ້ມາຢຶດຄອງເອົາດິນແດນລາວເປັນຫົວເມືອງຂື້ນ, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກເຂົາ ແລະ ຖືກກົດຂີ່ຂູດຮີດຢ່າງແສນສາຫັດ. ໃນປີ 1930 ພັກກອມມູນນິດອິນດູຈີນໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນໍາພາຂອງພັກ ປະເທດລາວຈຶ່ງກ້າວເຂົ້າສູ່ໄລຍະໃໝ່ ແລະ ໄດ້ລຸກຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ 1945, ໄດ້ສ້າງອຳນາດການປົກຄອງປະຕິວັດ ແລະ ບັນດາກອງກຳລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆ ຈາກນັ້ນລັດຖະບານລາວອິດສະຫຼະ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ປະກາດຄວາມເປັນເອກະລາດຂອງຊາດຕໍ່ໜ້າມວນຊົນ ໃນວັນທີ 12 ຕຸລາ 1945. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ ຈັກກະພັດອາເມລິກາ ກໍ່ໄດ້ໂດດເຂົ້າມາແທນ ດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວ ຫວັງເຮັດໃຫ້ປະເທດເຮົາເປັນຫົວເມືອງຂຶ້ນແບບໃໝ່, ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການດັ່ງກ່າວ ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ. ໄລຍະ ປີ 1973-1975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດ, ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມ ໃນການຕໍ່ສູ້ຍາດເອົາໄຊຊະນະ ຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດ ຄື: ເອົາກຳລັງແນວລາວຮັກຊາດ ເປັນໃຈກາງໃນການເຕົ້າໂຮມສາມັກຄີປະຊາຊົນບັນດາເຜົ່າ ລຸກຮູ້ຂຶ້ນຢຶດອຳນາດຈາກການປົກຄອງລະບອບເກົ່າ, ໃຊ້ກຳລັງທະຫານໜຸນໜີບ ແລະ ການແຍກຕົວກຳລັງທະຫານຂອງສັດຕູທີ່ຮັກຊາດອອກ, ໃນວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ສອງໝື່ນກ່ວາຄົນໄດ້ໂຮມຊຸມນຸມມິດຕິ່ງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດທີ່ນະຄອນຫຼວງວຽງຈັນ ເຊິ່ງກໍ່ເປັນອັນວ່າລະບົບອຳນາດການປົກຄອງປະຕິວັດທັງໝົດທຸກຂັ້ນ ໄດ້ຮັບການສ້າງຕັງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ. ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ ແລະ ເປັນເອກະສັນກັນ ຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າລາສີ.

ທ່ານກ່າວອີກວ່າ ວັນທີ 23 ສິງຫາ 1945 ແລະ 1975 ຈຶ່ງມີຄວາມໝາຍຄວາມສຳຄັນຫຼາຍສຳລັບປະຊາຊົນລາວທັງຊາດ  ເພາະວ່າ ວັນດັ່ງກ່າວ ເປັນຂີດໝາຍທາງປະຫວັດຊາດ ກ້າວສູ່ໄຊຊະນະຂັ້ນເດັດຂາດ ຈົນມາສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊ້ຳ ນ້ຳບໍ່ຂຸ້ນ ” ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ ມັນແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.

About admins16