ບໍລິຄຳໄຊສຸມໃສ່ວຽກງານເກັບກຳບັນຊີສະຖິຕິລົດຂອງລັດ

ກອງປະຊຸມຊຸກຍູ້ຕິດຕາມກວດກາ ການຈັດຕັ້ງປະຕິບັດດຳລັດເລກທີ 599/ລບ ວ່າດ້ວຍລົດຂອງລັດ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍ ດໍາລັດວ່າດ້ວຍລົດຂອງລັດ ຂັ້ນກະຊວງ, ຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດໄລຍະຜ່ານມາຂອງແຂວງບໍລິຄຳໄຊ ໂດຍຂັ້ນຕອນການເກັບກຳຂໍ້ມູນສະຖິຕິລົດ ແລະ ຈັດສັນລົດຂອງລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວຽກງານອື່ນໆ, ຜານການເກັບກຳຂໍ້ມູນລົດທົ່ວແຂວງ ມີ 1.427 ຄັນ, ໃນນັ້ນ ລົດລັດບໍລິຫານ 1.104 ຄັນ ລົດໃຫຍ່ 455 ຄັນ, ລົດຈັກ 649 ຄັນ ແລະ ລົດໂຄງການ 323 ຄັນ ລົດໃຫຍ່ 81 ຄັນ, ລົດຈັກ 242 ຄັນ. ໄດ້ຈັດສັນລົດໃຫຍ່ໃຫ້ພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງ 181 ຄັນ ແລະ ລົດຈັກ 614 ຄັນ, ຂໍ້ມູນລົດໃຫຍ່ທີ່ມີຢູ່ຂັ້ນແຂວງ 254 ຄັນ ແລະ ລົດຈັກ 176 ຄັນ.

ໃນກອງປະຊຸມຍັງໄດ້ສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການນຳໃຊ້ລົດບໍລິຫານຂອງລັດ, ລົດໂຄງການ, ການຈັດສັນລົດໃຫ້ພາກສ່ວນຕ່າງໆ, ການລະບຸຂໍ້ມູນຢ່າງລະອຽດ ຂອງລົດແຕ່ລະປະເພດ, ປະສານສົມທົບຂອງພາກສ່ວນກ່ຽວຂ້ອງ ໃນການສະໜອງຂໍ້ມູນ ແລະ ວຽກງານອື່ນໆ.

About admins14