ບໍລິຄຳໄຊສຳເລັດການສ້າງຄວາມເຂັ້ມແຂງໃຫ້ວຽກງານ ການບໍລິການ ແລະ ການທ່ອງທ່ຽວ

ພິທີປິດຊຸດຝຶກອົບຮົມຫຼັກສູດພື້ນຖານອາຊີບ ດ້ານການບໍລິການ ແລະ ການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ຢູ່ໂຮງແຮມໂຊກບຸນມາ ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີປະທານສະມາຄົມເຮືອນພັກ, ໂຮງແຮມ ແລະ ລີສອດ ຂັ້ນແຂວງ, ເມືອງປາກຊັນ, ມີວິທະຍາກອນສູນອົບຮົມກະຊວງ ຖວທ ແລະ ສຳມະນາກອນ ທີ່ມາຈາກຜູ້ປະກອບການເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ພາຍໃນເມືອງ ປາກຊັນ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ 2020 ທີ່ຜ່ານ ຈຸດປະສົງແມ່ນເພື່ອຍົກລະດັບທັກສະ ດ້ານການບໍລິການ ຂອງພະນັກງານໃນທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ສະໜັບສະໜູນຜູ້ດ້ອຍໂອກາດ ໃນການກະກຽມເຂົ້າສູ່ຕະຫລາດແຮງງານ ໃນຂະແຫນງການທ່ອງທ່ຽວ ແລະ ການບໍລິການ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະວິດຄອນແທັກ.

ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບການຝຶກ ໃນຫຼາຍຫົວຂໍ້ທີ່ສຳຄັນໃນການໃຫ້ບໍລິການ ເປັນຕົ້ນແມ່ນ ສຸຂະອະນາໄມຕົນເອງ, ການນຸ່ງຖື, ເຕັກນິກດ້ານການບໍລິການ, ຈັນຍາບັນໃນການເຮັດວຽກ, ການກະກຽມອຸປະກອນການບໍລິການອາຫານ ແລະ ເຄື່ອງດື່ມ, ການກະກຽມໂຕະອາຫານສຳລັບອາຫານເຊົ້າ ແລະ ຄ່ຳ, ການຖືຖາດອາຫານທີ່ຖືກວິທີ, ຂັ້ນຕອນການຮັບລາຍການອາຫານ ແລະ ເຄື່ອງດື່ມ, ການເສີບເຄື່ອງດື່ມທົ່ວໄປ, ເສີບອາຫານ ແລະ ການເກັບມ້ຽນໂຕະ.

ການຝຶກອົບຮົມ ໄດ້ດຳເນີນມາເປັນວາລາ 3 ວັນ ໂດຍໄດ້ມີການຕິດຕາມ, ປະເມີນຜົນການຮຽນ-ການສອນຢ່າງໃກ້ຊິດ ໃຫ້ໄດ້ຮັບທັງປະລິມານ ແລະ ຄຸນນະພາບ.

ເພື່ອເປັນການຢັ້ງຢືນ ເຖິງຜົນສຳເດັດດັ່ງກ່າວນັ້ນ ຄະນະຮັບຜິດຊອບໄດ້ມອບໃບຢັ້ງຢືນຜ່ານການຝຶກອົບຮົມ ໃຫ້ແກ່ນັກສຳມະນາກອນ ຈຳນວນ 29 ຄົນ, ຍິງ 18 ຄົນ ໃຫ້ກຽດມອບໂດຍທ່ານ ສົນທອງ ວີບຸນກວ້າງ.

 

About admins14