ບໍລິຄຳໄຊມອບເງິນນະໂຍບາຍໃຫ້ນັກປະຕິວັດອາວຸໂສ ປະຈຳປີ 2021

ເພື່ອສະແດງຄວາມຮູ້ບຸນຄູນ ເຖີງຜົນງານ ແລະ ຄຸນງາມຄວາມດີ ຂອງອະດີດພະນັກງານການປະຕິວັດ ໃນໄລຍະຕໍ່ສູປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ໃນວັນທີ 16 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໄດ້ມີພິທີມອບ-ຮັບ ເງິນນະໂຍບາຍໃຫ້ນັກປະຕິວັດຜູ້ອາວຸໂສ ທີ່ມີຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຕາມດຳລັດ 272/ລບ, ເຂົ້າຮ່ວມພິທີໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ, ມີນັກຮົບແຂ່ງຂັນ, ນັກຮົບປະຕິວັດ, ຄະນະກຳມະການຄົ້ນຄວ້ານະໂຍບາຍຂັ້ນແຂວງ, ຍາດພີ່ນ້ອງນັກຮົບປະຕິວັດ ຜູ້ເສຍສະຫຼະຊີວິດໃນປາງສົງຄາມໃນທົ່ວແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ສະບັບເລກທີ 1842/ຮສສ, ສະບັບເລກທີ 1848/ຮສສ ແລະ ສະບັບເລກທີ 1854/ຮສສ ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍການອະນຸມັດ ເງິນອຸດໜູນເສຍສະຫຼະຊີວິດ ໃນງວດ II, ວ່າດ້ວຍການປະຕິບັດນາໂຍບາຍເງິນປ່ຽນແທນໂກຕ່າລົດ ແລະ ວ່າດ້ວຍການອະນຸມັດເງິນອຸດໜູນເທື່ອດຽວຜູ້ຍັງມີຊີວິດ ໃນງວດ II ປະຈຳປີ 2021 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 477/ຂບຊ ແລະ 478 ລົງວັນທີ 30 ມິຖຸນາ 2021 ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໜູນເທື່ອດຽວຜູ້ທີ່ຍັງມີຊີວິດ ແລະ ເງິນອຸດໜູນການເສຍສະຫຼະຊີວິດ ຕໍ່ຜູທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ.

ສະເພາະແຂວງບໍລິຄຳໄຊ ປະຈຳສົກປີ 2021 ມີທັງໝົດ 4 ເປົ້າໝາຍ ຄື: ອຸດໜູນເສຍອົງຄະຮາກຖານ 41 ທ່ານ, ຍິງ 3 ທ່ານ ໄດ້ຮັບເງິນເດືອນ ເປັນລາຍເດືອນ ເລີ່ມແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ, ອຸດໜູນເທື່ອດຽວຜູ້ຍັງມີຊີວິດ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ 21 ທ່ານ, ຍິງ 4 ທ່ານ ເປັນເງິນ 489.414.900 ກີບ, ອຸດໜູນເສຍສະຫຼະຊີວິດ 1.316.288.700 ກີບ ແລະ ເງິນປ່ຽນແທນໂກຕ່າລົດ ຂອງນັກຮົບແຂ່ງຂັນ 1 ທ່ານ ຈຳນວນ 77.184.000 ກີບ, ລວມທັງໝົດ 1.882.887.600 ກີບ.

ກ່າວມອບໃນພິທີຄັ້ງນີ້ ໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ແລະ ກ່າວຮັບໂດຍນັກຮົບແຂ່ງຂັນ, ນັກຮົບປະຕິວັດ ແລະ ຍາດພີ່ນ້ອງຂອງນັກຮົບປະຕິວັດ ຜູ້ເສຍສະຫຼະຊີວິດໃນປາງສົງຄາມ ຈາກ 7 ເມືອງ ໃນທົ່ວແຂວງ.

ຕອນທ້າຍຂອງພິທີ ທ່ານ ວັນວິໄລ ແດນພູຫຼວງ ໄດ້ຍົກໃຫ້ເຫັນເຖິງຄູນງາມຄວາມດີ ຂອງບັນດານັກຮົບປະຕິວັດ ຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ໃນໄລຍະການຕໍ່ສູ້ກູ້ຊາດຕ້ານກັບສັດຕູຜູ້ຮຸກຮານ ເຮັດໃຫ້ຊາດລາວເຮົາໄດ້ສູນເສຍນັກຮົບປະຕິວັດຜູ້ເກັ່ງກ້າສາມາດຢ່າງຫຼວງຫຼາຍ, ຍາມໃດພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ກໍ່ຍັງຄົງລະນຶກເຖິງຜົນງານ, ຄຸນງາມຄວາມດີ ແລະ ນ້ຳໃຈເສຍສະຫຼະ ທີ່ອົງອາດກ້າຫານຂອງນັກຮົບປະຕິວັດອາວຸໂສ ລຸ່ນພໍ່-ແມ່, ລຸ່ນອາວ-ອາ ທີ່ໄດ້ປະກອບສ່ວນທາງດ້ານຈິດໃຈ, ເຫື່ອແຮງ, ເລືອດເນື້ອ ແລະ ຊີວິດ ເພື່ອຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ແລະ ຜືນແຜ່ນດີນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ.

ສະນັ້ນ, ພັກ-ລັດ ຈຶ່ງເຫັນໄດ້ຄວາມສຳຄັນ ເພື່ອຄົ້ນຄວ້ານະໂຍບາຍອຸດໜູນໃຫ້ນັກຮົບແຂ່ງຂັນ, ນັກຮົບປະຕິວັດ, ໃຫ້ແກ່ຄອບຄົວ ແລະ ຍາດຕິພີ່ນ້ອງຜູ່ທີ່ເສຍສະຫຼະຊີວິດເພື່ອປະເທດຊາດໃນໄລຍະສົງຄາມ ນີ້ກໍ່ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດມາໃຫ້ປະຊາຊົນລາວຂອງພວກເຮົາ.

About admins14