ບໍລິຄຳໄຊ ຕີລາຄາຄືນວຽກງານ SMEs

ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາວິສະຫະກິດ ຂະໜາດນ້ອຍ ແລະ ກາງ 2016-2020 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2020 ຢູ່ໂຮງແຮມດອກຈຳປາ ບ້ານອະນຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄອນສະຫວັນ ສຸກກະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ, ມີບັນດາພະແນກການ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງລາຍງານການຕີລາຄາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດນະໂຍບາຍ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເຫັນວ່າໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ເຮັດໃຫ້ຫຼາຍວຽກງານໄດ້ຮັບຜົນສຳເລັດເປັນຢ່າງດີ ເປັນຕົ້ນແມ່ນ ໄດ້ຝຶກອົບຮົມສ້າງຄວາມຮູ້ ແລະ ເຂົ້າໃຈ ບັນດາເອກະສານ, ນິຕິກຳຕ່າງໆ ໃຫ້ແກ່ຫົວໜ່ວຍທຸລະກິດພາຍໃນແຂວງ, ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ກຸ່ມການຜະລິດ ນຳໃຊ້ເຄື່ອງຈັກທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດ, ລົງຊຸກຍູ້ການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ODOP ຂອງກຸ່ມທີ່ມີທ່າແຮງ ຂອງບັນດາເມືອງພາຍໃນແຂວງ, ຜ່ານມາ ສາມາດອອກທະບຽນວິສາຫະກິດໄດ້ 1.647 ຫົວໜ່ວຍ, ມູນຄ່າ 3.978 ຕື້ ກ່ວາກີບ ໃນນັ້ນ ຈຸນລະວິສາຫະກິດ ຈຳນວນ 921 ຫົວໜ່ວຍ, ວິສາຫະກິດຂະໜາດນ້ອຍ 343 ຫົວໜ່ວຍ, ຂະໜາດກາງ 192 ຫົວໜ່ວຍ ແລະ ຂະໜາດໃຫຍ່ 191 ຫົວໜ່ວຍ, ຖືວ່າ SME ກວມ 88,4%, ມູນຄ່າ 767 ຕື້ ກ່ວາກີບ, ຮອດປະຈຸບັນ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ມີທັງໜົດ 11 ຫົວໜ່ວຍ, ມີ 4 ກຸ່ມການຜະລິດ ແລະ 11 ຫົວໜ່ວຍວິສາຫະກິດ.

ພ້ອມນັ້ນ ທາງແຂວງຍັງໄດ້ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາ ໃນການການຊຸກຍູ້ວິສາຫະກີດຂະໜາດນອ້ຍ ແລະ ກາງໃຫ້ເຂົ້າເຖິງແຫລ່ງທຶນໃຫ້ງ່າຍຂຶ້ນ, ລົງເຜີຍແຜ່ເງື່ອນໃນການເຂົ້າຫາແຫຼ່ງທືນດອກເບຍຕໍ່າ, ຈັດຝຶກອົບຮົມການອອກແບບຜະລິດຕະພັນໃໝ່ ເພື່ອປັບປຸງຮູບແບບສິນຄ້າ ໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດເພີ່ມມູນຄ່າສິນຄ້າ, ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ແລະ ກຸ່ມການຜະລິດ ເຂົ້າຮ່ວມງານວາງສະແດງສິນຄ້າພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ.

ໃນກອງປະຊຸມ ຍັງໄດ້ມີການສະເໜີປະກອບຄຳເຫັນ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ກ່ຽວກັບຂໍ້ສະດວກ ແລະ ຫຍຸ້ງຍາກ ປະຕິບັດນະໂຍບາຍ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເປັນຕົ້ນແມ່ນ ການເຮັດວຽກຂອງຂະແໜງການທີ່ກ່ຽວຂ້ອງ ທີ່ຍັງບໍ່ທັນໄປໃນທິດທາງດຽວກັນ, ຄວາມຫຍຸ້ງຍາກໃນການເຂົ້າເຖິງຕະຫຼາດ, ການຂາດເຂິນວັດຖຸດີບ ທີ່ນັບມືຫຼຸດໜ້ອຍລົງ ແລະ ອື່ນໆ ທັ້ງນີ້ ກໍ່ເພື່ອນຳໄປແກ້ໄຂ, ປັບປຸງ ແລະ ພັດທະນາບັນດາວຽກງານໃນຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ.

About admins14