ບໍລິຄຳໄຊ ກະກຽມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

ເພື່ອເປັນການກະກຽມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ແຂວງບໍລິຄໍາໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນດຳເນີນງານ ແລະ ແຜນການເຄື່ອນໄຫວ ເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນການຟົດຟື້ນ, ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລເຂພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນວັນທີ 11 ສິງຫາ 2021 ນີ້ວ່າ:

ລັດຖະທໍາມະນູນສະບັບທໍາອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ແລະ ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991, ໂດຍໄດ້ຮັບຄວາມເຫັນດີຈາກກົມການເມືອງສູນກາງພັກ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງເອົາວັນທີ 15 ສິງຫາ 1991 ເປັນວັນລັດຖະທໍາມະນູນແຫ່ງຊາດລາວ.

ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ອັນລະອິດລະອ້ຽວ, ຍາວນານ ແລະ ຜົນງານອັນຍິ່ງໃຫຍ່ ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນຕະຫຼອດໄລຍະພາລະກິດແຫ່ງການປະຕິວັດຊາດ-ປະຊາທິປະໄຕ, ການປົກປັກຮັກສາ ແລະ ສ້າງສາພັດທະນາ ກໍ່ຄືໃນພາລະກິດປ່ຽນແປງໃໝ່, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ສິດອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງໄດ້ກໍານົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສິດທິ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງກົງຈັກລັດ ຂອງລະບອບປະຊາທິປະໄຕປະຊາຊົນ.

ເພື່ອເປັນການກະກຽມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ, ພາຍຫຼັງໄດ້ຮັບຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ, ຄະນະບໍລິຫານງານພັກແຂວງ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍເປັນຄໍາສັ່ງແນະນຳຂອງແຂວງ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນດຳເນີນງານ, ແຜນການເຄື່ອນໄຫວອັນລະອຽດ, ອອກຄຳແນະນຳເພີ່ມເຕີ່ມ ເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວໃຫ້ມີຂະບວນການຟົດຟື້ນ ເປັນຕົ້ນແມ່ນການຕິດປ້າຍຄໍາຂວັນປຸກລະດົມ ຢູ່ຕາມສໍານັກງານ, ພະແນກການ, ຫ້ອງການ, ພາກທຸລະກິດ ແລະ ສະຖານທີ່ສໍາຄັນອື່ນໆ, ມີການຈັດການສໍາພາດການນຳຂອງແຂວງ, ກະກຽມພິທີປະຖະກະຖາ ກ່ຽວກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີແລ້ວ, ຕິດພັນກັບເນື້ອໃນຂອງວັນສໍາຄັນຕ່າງໆ ທີ່ນອນຢູ່ໃນເດືອນສິງຫາຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ, ວັນສື່ມ່ວນຊົນລາວ ແລະ ການສິ່ງພິມຈໍາໜ່າຍ ຄົບຮອບ 71 ປີ, ເຊິ່ງໄດ້ກໍ່ານົດໃນ 4 ຈຸດຄື: ຢູ່ສະໂມສອນໃຫຍຂອງແຂວງ, ຢູ່ກອງບັນຊາການປ້ອງກັນຊາດແຂວງ, ຢູ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຢູ່ຂົງເຂດປົກປ້ອງກົດໝາຍ.

ພ້ອມນີ້ ຍັງໄດ້ສ້າງຂະບວນການອອກແຮງງານ, ອະນາໄມຕາມສໍານັກງານ, ອົງການ, ຕາມເສັ້ນທາງ, ອານຸສອນສະຖານທ່ານ ສີສົມພອນ ລໍວັນໄຊ, ສະຖານທີ່ສຳຄັນ ເພື່ອຮັກສາຄວາມສະອາດ ແລະ ທັງເປັນການປ້ອງກັນພະຍາດຕາມລະດູການ ແລະ ຍັງຈະໄດ້ສ້າງຂະບວນການແຂ່ງຂັນກິລາຄື: ກິລາດອກປິກໄກ່ ຍິງ-ຊາຍ, ຮຸ້ນໜຸ່ມ ແລະ ອາວຸໂສ, ກິລາບານເຕະມິດຕະພາບ ຂອງ 4 ພາກສ່ວນ ຄື: ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ຂົງເຂດຍຸຕິທຳ-ສານປະຊາຊົນ-ອົງການໄອຍະການ ແລະ ສະພາການຄ້າ – ອຸດສາຫະກຳ.

ໃນນາມຕາງໜ້າຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ຂໍຮຽກຮ້ອງມາຍັງພະນັກງານ-ລັດຖກອນ, ທະຫານ, ຕຳຫຼວດ ກໍ່ຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງຖືເອົາການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີຄັ້ງນີ້ ເປັນບັ້ນປຸກລະດົມ, ຊຸກຍູ້ ແລະ ເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມູນເຊື້ອອັນສະຫງ່າລາສີ ຂອງຊາດລາວວິລະຊົນ, ຍົກສູງສະຕິຊາດ, ສິດເປັນເຈົ້າຂອງປະເທດຊາດ, ສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໃຫ້ເປັນຂະບວນການທີ່ແຂງແຮງ, ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, 5 ປີ ຄັ້ງທີ V ຂອງແຂວງ, ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການປະດິດສ້າງໃໝ່, ການປະຕິບັດວິຖີຊີວິດແບບໃໝ່, ຄຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມຕັດສິນໃຈສູງ ແລະ ດ້ວຍຈິດໃຈບຸກທະລຸ ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້ ແລະ ເພີ່ມທະວີຄວາມເອົາໃສ່ໃນການປະຕິ ບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ພັກ ແນໃສ່ບັນລຸຈຸດໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

About admins14