ບໍລິຄັນ ເປີດຊຸດຝຶກອົບຮົມວຽກງານເຍົາວະຊົນ – ອະນຸຊົນທັນວາ

ພິທີເປີດຊຸດຝຶກອົບຮົມວຽກງານເຍົາວະຊົນ – ອະນຸຊົນທັນວາ ໃຫ້ແກ່ພະນັກງານຮັບຜິດຊອບວຽກງານເຍົາວະຊົນ – ອະນຸຊົນທັນວາ ທົ່ວເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ, ເປັນປະທານໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ວັນນະກອນ ໄຊຍະສິດ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງບໍລິຄັນ, ມີສຳມະນາກອນຜູ້ຮັບຜິດຊອບວຽກງານເຍົາວະຊົນ – ອະນຸຊົນທັນວາພາຍໃນເມືອງ, ບັນດາຫົວໜ້າຂະແໜງ ແລະ ວິຊາການຜູ້ຮັບຜິດຊອບວຽກເຍົາວະຊົນ – ອະນຸຊົນທັນວາ  ເຂົ້າຮ່ວມ.

ຈຸດປະສົງ ການຝຶກອົບຮົມຄັ້ງນີ້ ກໍເພື່ອຍົກສູງຄວາມສາມາດຂອງພະນັກງານນຳພາ ວຽກງານເຍົາວະຊົນ – ອະນຸຊົນ, ແນໃສ່ຍົກສູງຄຸນນະພາບໃນການພັດທະນາ, ສົ່ງເສີມພອນສະຫວັນ ແລະ ຄວາມສາມາດ ກຽມພ້ອມເປັນຜູ້ສືບທອດປະເທດຊາດໃນອະນາຄົດ, ໃນບັ້ນຝຶກອົບຮົມຄັ້ງນີ້ ໄດ້ລົງເລິກພາກທິດສະດີ, ເປັນຕົ້ນ ພື້ນຖານທິດສະດີປະຫວັດຫຍໍ້, ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງເຍົາວະຊົນ – ອະນຸຊົນທັນວາ.

ແບບແຜນຂອງເຍົາວະຊົນ – ອະນຸຊົນ, ຄ້າຍ ແລະ ການຈັດຕັ້ງປະຕິບັດຂະບວນການ 3 ດີ, 4 ຮູ້, ນອກຈາກຮຽນທິດສະດີແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງຈະໄດ້ລົງພາກປະຕິບັດຕົວຈິງ ເປັນການສາທິດ ເພື່ອໃຫ້ບົດຮຽນ ແລະ ຄວາມເປັນເອກະພາບໃນເວລາຈັດຕັ້ງປະຕິບັດຕົວຈິງ ເພື່ອຈະໄດ້ນໍາເອົາໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີການພັດທະນາໄປເລື້ອຍໆ.

About admins14