ບໍລິຄັນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ປະຈໍາປີ 2020

ກອງປະຊຸມສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ເມືອງ ບໍລິຄັນ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງ ບໍລິຄັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ.

ທົ່ວເມືອງບໍລິຄັນ ມີ 44 ບ້ານ, ມີ 6 ກຸ່ມບ້ານພັດທະນາ, ມີ 9.332 ຄອບຄົວ, ມີພົນລະເມືອງ 56.652 ຄົນ, ຍິງ 27.663 ຄົນ, ຄະນະພັກ, ອົງການປົກຄອງທຸກຂັ້ນ, ໄດ້ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ຕິດພັນວຽກງານ 3 ສ້າງ ເປັນວຽກງານຍຸດທະສາດ, ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ໂດຍມີແຜນງານ, ມີຈຸດສຸມມີຄາດໝາຍ, ມີບາດກ້າວ-ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເຂົ້າເຖີງແຫຼ່ງທຶນເພື່ອການພັດທະນາ, ໄດ້ຈັດຕັ້ງປະຕິບັດຢູ່ 8 ບ້ານ ມີວົງເງິນກອງທຶນໝູນວຽນທັງໝົດ: 300,628,000 ກີບ, ໄດ້ຊຸກຍູ້, ຕິດຕາມ, ສະໜອງດ້ານວິຊາການ ແລະ ແນວພັນການຜະລິດເຂົ້ານາແຊງ-ປູກພຶດພັກລະດູແລ້ງ ແລະ ດ້ານການລ້ຽງ ໄດ້ຫັນມາໃຊ້ແບບວິທະຍາສາດ, ສະເລ່ຍລາຍຮັບໄດ້ 9, 874,157 ກີບ, ເທົ່າກັບ 1,150.43 ໂດລາ ຕໍ່ຄົນຕໍ່ປີ, ໄດ້ປະກາດຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍ, ສ້າງບ້ານວັດທະນະທຳໄດ້ 01 ບ້ານ, ສ້າງຄອບຄົວວັດທະນະທຳໄດ້ 12 ຄອບຄົວ.

ໄດ້ຊຸກຍູ້ ຕິດຕາມ ແລະ ກວດກາປະເມີນ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ຄື: ບ້ານຜາເມືອງ ແລະ ໄດ້ກຳນົດສ້າງ 02 ບ້ານ ຄື: ບ້ານທ່າສີ ແລະ ບ້ານພູຄຳ, ຜ່ານການປະເມີນ ບ້ານທ່າສີ ໄດ້ 13 ມາດຖານ, ບໍ່ບັນລຸ 3 ມາດຖານ, ບ້ານພູຄໍາ ໄດ້ 12 ມາດຖານ ບໍ່ບັນລຸ 4 ມາດຖານ. ໄດ້ລົງກວດກາປະເມີນການສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ  ຜ່ານການປະເມີນໄດ້ 4 ດ້ານ, ຍັງບໍ່ບັນລຸ 01 ດ້ານ, ນອກນັ້ນ ຍັງໄດ້ຈັດຕັ້ງຜັນຂະຫຍາຍການແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສຳມະນາວິທະຍາສາດ, ມາຮອດປະຈຸບັນ ເຫັນວ່າ ທົ່ວເມືອງປະກົດການຫຍໍ້ທໍ່ຕ່າງໆທີ່ເກີດຂື້ນແມ່ນຫຼຸດນ້ອຍຖອຍລົງ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຄະນະຮັບຜິດຊອບຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າກູ່ມບ້ານພັດທະນາ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍູ້ງຍາກ ບາງບົດຮຽນທີ່ສາມາດຖອດຖອນໄດ້ ທີ່ຈະເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັດແຜນການປີ 2021.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໄດ້ຍ້ອງຍໍຊົມເຊີຍຜົນງານການນຳພາ-ຊີ້ນຳຂອງຄະນະພັກຄະນະປົກຄອງເມືອງ ແລະ ພະນັກງານກໍ່ສ້າງຮາກຖານທີ່ປະຈຳຢູ່ເຂດຈຸດສູມພັດທະນາ ທີ່ສາມາດປະຕິບັດໜ້າທີ່ມີຜົນສຳເລັດຢ່າງຫຼວງຫຼາຍ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໃຫ້ຄະນະຮັບຊອບ ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງແຕ່ລະຂັ້ນ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຕົນເອງຮັບຜິດຊອບ, ຊຸກຍູ້ສົ່ງເສີມການປູກການລຽ້ງຂອງປະຊາຊົນໃຫ້ຫຼາຍກາຍເປັນສິນຄ້າ, ປຸກລະດົມທົ່ວອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຂະບວນການຢ່າງແຂງແຮງ, ສ້າງອົງການຈັດຕັ້ງຢູ່ທ້ອງຖິ່ນຮາກຖານໃຫ້ກ້ວາງຂວາງ, ຕິດຕາມ, ກວດກາວຽກງານເປັນປົກກະຕິ, ສືບຕໍ່ປະຕິບັດວຽກງານແຜນການທີ່ວາງໄວ້ນັ້ນໃຫ້ມີຜົນສຳເລັດ.

About admins14