ບໍລິຄັນ ປ່ອຍປາ 6,500 ໂຕລົງສູ່ວັງສະຫງວນຂອງເມືອງ

ໃນວັນທີ່ 13 ກໍລະກົດ 2021 ເມືອງບໍລິຄັນ ແຂວງບໍລິຄຳໄຊ ຈັດພິທີປ່ອຍປາ ລົງສູ່ວັງສະຫງວນ-ວັງທ່າວັດນໍ້າຊັນເຂດບ້ານ ຫາດດອນຄູນ ເນື່ອງໃນວັນປ່ອຍປາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ.

ປາທີ່ນໍາມາປ່ອຍໃນຄັ້ງນີ້ ມີລູກປາ 2 ປະເພດ ຄື: ປາປາກ ແລະ ປາເຂັງ ຈໍານວນ 6.500ໂຕ, ເຊິ່ງໄດ້ຮັບທຶນສະໜັບສະໜຸຈາກໂຄງການເຂື່ອນໄຟ້ານໍ້າງຽບ1 ຈໍານວນ 2 ພັນໂຕ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 2 ພັນໂຕ ແລະ ນັກສືກສາໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ລະບົບ 45 ວັນ ຈໍານວນ 2,500 ພັນໂຕ.

ໂອກາດທີ່ມີຄວາມສໍາຄັນດັ່ງກ່າວ ທ່ານຮອງເຈົ້າເມືອງຍັງໄດ້ແນະນໍາໃຫ້ບັນດາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຂັ້ນທ້ອງຖີ່ນ ຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາເຂດວັງສະຫງວນຂອງບ້ານ, ຫ້າມຫາປາໃນຂອບເຂດວັງສະຫງວນດັ່ງກ່າວຢ່າງເດັດຂາດ ເພື່ອເຮັດໃຫ້ລູກປາມີການເຕີບໃຫ່ຍຂະຫຍາຍຕົວຂື້ນເລື່ອຍໆ, ນອກນັ້ນຍັງເປັນການອະນຸລັກສັດນໍ້າ-ສັດປ່າໃຫ້ມີຄວາມຢືນຢົງຄົງຕົວໄວ້ຈົນຮອດເຊັ່ນລູກເຊັ່ນຫຼານໃນອານາຄົດ.

About admin11