ບໍລິຄັນ ຈັດປະຊາສໍາພັນການອອກໃບຕາດິນແບບເປັນລະບົບ

ໃນວັນທີ 13 ຕຸລາ 2020 ຢູ່ສະໂມສອນ ບ້ານ ນາກຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວັດລ້ອມເມືອງ ໄດ້ລົງຈັດກອງປະຊູມປະຊາສໍາພັນການອອກໃບຕາດິນແບບເປັນລະບົບ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີທ່ານ ອານຸກອນ ປະພັດສະລາງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວັດລ້ອມເມືອງ, ມີຄະນະກໍາມະການ-ການອອກໃບຕາດີນຂັ້ນເມືອງ,ອໍານາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ເຂົ້າຮ່ວມ.

ຈຸດປະສົງໃນການປະຊາສໍາພັນໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ ກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງລາວ ທີ່ຄອບຄອງ ແລະ ນຳໃຊ້ທີ່ດິນ, ທັງນີ້ ກໍ່ເພື່ອເຮັດໃຫ້ຜູ້ຄອບຄອງນໍາໃຊ້ທີ່ດິນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄໍາສັ່ງແນະນໍາຂອງຂັ້ນເທີງຕໍ່ວຽກງານຂື້ນທະບຽນທີ່ດິນ ແລະ ອອກໃບຕາດິນແບບເປັນລະບົບ ເຊັ່ນ: ຂັ້ນຕອນ, ຂະບວນການຂື້ນທະບຽນທີ່ດີນ, ການຍັ້ງຍືນສີດນໍາໃຊ້ດິນຢ່າງຖືກຕ້ອງຕາມກົດໝາຍໃຫ້ແກ່ບຸກຄົນຫຼືການຈັດຕັ້ງ ແລະ ຮັບປະກັນການປອມແປງສີດ ບົນພື້ນຖານຄວາມເປັນເອກກະພາບໃນຂອບເຂດທົ່ວປະເທດ.

ຈາກນັ້ນ ອໍານາດການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ກໍ່ໄດ້ປະກອບຄໍາຄີດຄໍາເຫັນແລກປ່ຽນຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

ໃນໂອກາດ ທີ່ທ່ານເຈົ້າເມືອງໄດ້ເຂົ້າກອງປະຊຸມໃນຄັ້ງນີ້ ທ່ານໄດ້ນໍາເອົາມຸ້ງໄປມອບໃຫ້ຄອບຄົວທີ່ບໍ່ທັນຫຼຸດພົ້ນອອກຈາກຄວາມທຸກຢາກຢູ່ 7 ບ້ານ ທີ່ຂຶ້ນກັບກຸ່ມນາກຸນ ຈໍານວນ 61 ຄອບຄົວ.

About admins16