ບ້ານ ວັງແປ້ນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII

      ໃນວັນທີ 18 ກຸມພາ 2022 ບ້ານ ວັງແປ້ນ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ທ່ານ ເນັ່ງຈື້ລີ ເລ່ຍນູ ເລຂາພັກບ້ານ – ນາຍບ້ານ ວັງແປ້ນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດວງໃຈ ພົມມີໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງວຽງທອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

      ກອງປະຊຸມ ທ່ານ ເນັ່ງຈື້ລີ ເລ່ຍນູ ນາຍບ້ານວັງແປ້ນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຕໍ່ກອງປະຊຸມ, ທ່ານໄດ້ຕີລາຄາຄືນການຊີ້ນຳ – ນຳພາຂອງຄະນະພັກໃນການປະຕິບັດວຽກງານຢ່າງຮອບດ້ານ ໄລຍະ 5 ປີ ຜ່ານມາ.

ບ້ານວັງແປ້ນ ມີສະມາຊິກພັກທັງໝົດ 16 ສະຫາຍ, ຍິງ 1 ສະຫາຍ, ຜ່ານມາ ຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ.

ບ້ານວັງແປ້ນ ມີ 131 ຫຼັງຄາເຮືອນ ມີ 200 ຄອບຄົວ, ມີພົນລະເມືອງ 1.010 ຄົນ ຍິງ 500 ຄົນ, ປະຊາຊົນ ຢຶດຖືອາຊີບເຮັດນາ, ເຮັດໄຮ່,​ ປູກພຶດ ແລະ ລ້ຽງສັດ, ທົ່ວບ້ານວັງແປ້ນມີເນື້ອທີ່ທັງໝົດ 7.113.040 ເຮັກຕ່າ, ພາຍໃນບ້ານມີສັດລ້ຽງປະເພດງົວ ຈໍານວນ 1.222 ໂຕ, ຄວາຍ 59 ໂຕ, ໝູ 50 ໂຕ, ແບ້ 20 ໂຕ ແລະ ສັດປີກຈໍານວນ 1.000 ໂຕ, ມີເນື້ອທີ່ເຮັດນາ ຈໍານວນ 100 ເຮັກຕ່າ, ເນື້ອທີ່ໄຮ່ໝູນວຽນ 679.903 ເຮັກຕ່າ, ເນື້ອທີສວນມັນຕົ້ນ 260 ເຮັກຕ່າ, ສະເລ່ຍລາຍຮັບເຂົ້າກິນ 356 ກິໂລ/ຄົນ/ປີ, ສະເລ່ຍລາຍຮັບ 12.000.000 ກີບ ຕໍ່ຄົນ/ຕໍ່ປີ,​ ບ້ານມີຄອບຄົວພົ້ນທຸກຈຳນວນ 82 ຄອບຄົວ, ຄອບຄົວຍັງບໍ່ທັນພົ້ນທຸກ 49 ຄອບຄົວ.

ກອງປະຊຸມໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າເພື່ອເປັນບ່ອນອີງໃນການນຳພາ – ຊີ້ນໍາພັດທະນາບ້ານ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ ເຊີ່ງໄດ້ເລືອກເອົາ ທ່ານ ເຍ່ຍຕົວລີ ປ່ານູ ເປັນເລຂາພັກບ້ານ – ເປັນນາຍບ້ານ, ທ່ານ ຈາເກົ້າລີ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ, ທ່ານ ໄຟວ່າງ ເປັນກຳມະການເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ.

 

 

About admin11