ບ້ານ ຍາງເຄືອ ເມືອງ ທ່າພະບາດ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X

ໃນວັນທີ 16 ພຶດສະພາ 2022 ຢູ່ທີ່ບ້ານຍາງເຄືອ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ X ຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ ແລະ ທ່ານ ພິມ ໄຊຍະສິນ ເລຂາພັກບ້ານ ນາຍບ້ານ ຍາງເຄືອ, ມີຄະນະກໍ່ສ້າງຮາກຖານການເມືອງ, ແຂກທີ່ຖືກເຊີນ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ນາຍບ້ານໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງຜ່ານມາການປົກຄອງບ້ານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ໜ້າທີ່, ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ລົງເຜີຍແຜ່ ແລະ ເຊື່ອມຊືມໃຫ້ປະຊາຊົນບັນດາເຜົ່າ ເຮັດໃຫ້ປະຊາຊົນມີແນວຄິດອຸ່ນອ່ຽນເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງ, ບ້ານມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ບ້ານຍາງເຄືອ ປະກອບມີ 38 ຄອບຄົວ, ພົນລະເມືອງ 210 ຄົນ, ຍິງ 94 ຄົນ ສ່ວນຫລາຍມີອາຊີບປູກຝັງ, ລ້ຽງສັດ, ພາຍໃນບ້ານມີເນື້ອທີ່ນາປີ 14 ເຮັກຕ່າ ຜົນຜະລິດໄດ້ 4 ໂຕ່ນຕໍ່ເຮັກຕາ  ສະເລ່ຍລາຍຮັບ 1.300 ໂດລາຕໍ່ຄົນຕໍ່ປີ, ສະເລ່ຍເຂົ້າກິນຫົວຄົນລະ 260 ກິໂລຕໍ່ຄົນຕໍ່ປີ, ມີເນື້ອທີ່ປູກຢາງພາລາ 56 ເຮັກຕ່າ, ມີຄວາຍ 383, ງົວ 170 ໂຕ, ສັດປີກ 1.500 ໂຕ, ປະຈຸບັນ ບ້ານສາມາດລືບລ້າງຄອບຄົວທຸກຍາກໄດ້ 100 ສ່ວນຮ້ອຍ.

ຕອນທ້າຍກອງປະຊຸມ ໄດ້ປ້ອນບັດຄັດເລືອກເອົານາຍບ້ານຊຸດໃໝ່ ຕາມເງື່ອນໄຂ – ມາດຖານທີ່ວາງໄວ້, ຜ່ານການປ່ອນບັດລົງຄະແນນສຽງ ໄດ້ເປັນເອກະສັນເລືອກເອົາ ທ່ານ ພິມ ໄຊຍະສິນ ເປັນນາຍບ້ານ ແລະ ໄດ້ບົ່ງຕົວແຕ່ງຕັ້ງເອົາຜູ້ຊ່ວຍວຽກອີກ 2 ທ່ານ ຄື: ທ່ານ ນາງ ນົກ ດວງອຸດົມ ແລະ ທ່ານ ແກ້ວຕາ ດວງອຸດົມ ເປັນຮອງນາຍບ້ານ.

 

About admin11