ບ້ານໃຫ່ຍ ນໍ້າຢ້າງ ສະຫຼູບວຽກງານ 6 ເດືອນຕົ້ນປີ 2022

ໃນວັນທີ 5 ກໍລະກົດ 2022 ບ້ານໃຫຍ່ນໍ້າຢ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 6 ເດືອນຕົ້ນປີ 2022 ແລະ ວາງທິດທາງແຜນການທ້າຍປີ 2022 ຂື້ນ ທີ່ຫ້ອງການບ້ານຂອງຕົນ, ໂດຍການເປັນປະທານ ຂອງ ທ່ານ ມູນ ຄຸນປະເສິດ ນາຍບ້ານນ້ຳຢ້າງ, ເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືືອງວຽງທອງ, ມີອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ມູນ ຄູນປະເສີດ ນາຍບ້ານ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາຄືນການຊີ້ນຳ – ນໍາພາໄລຍະ 6 ເດືອນຜ່ານມາເຊີ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ – ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ, ບ້ານນ້ຳຢ້າງປະກອບມີ 3 ຄຸ້ມ ຄື: ຄຸ້ມນໍ້າຢ້າງ, ຄຸ້ມນໍ້າງອມ ແລະ ຄຸ້ມຜາທອງ, ມີ799 ຫຼັງຄາເຮືອນ, ມີ 988 ຄອບຄົວ, ມີພົນລະເມືອງທັງໝົດ 4.311ຄົນ, ຍິງ 2.135 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າພ້ອງ ແລະ ເຜົ່າມົ້ງ.

ໄລຍະຜ່ານມາ ຄະນະບ້ານໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພໍ່, ແມ່ປະຊາຊົນເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ – ລັດ, ຕື່ນຕົວປະກອບສ່ວນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ທີ່ເກີດຂື້ນພ້ອມກັນສ້າງສາພັດທະນາບ້ານ, ພັດທະນາຄອບຄົວນັບມື້ດີຂື້ນເທື່ອລະກ້າວ, ເອົາໃຈໃສ່ປັບປຸງອົງການຈັດຕັ້ງຂອງບ້ານໃຫ້ຫັນໄປຕາມວຽກ 3 ສ້າງ, ໄດ້ຂຸດຄົ້ນເກັບລາຍຮັບເຂົ້າງົບປະມານທີ່ເມືອງມອບໃຫ້ແມ່ນ 156.600.000 ກີບ, ປະຕິບັດໄດ້ 58.533.300 ກີບ ເທົ່າກັບ 37,37%.

ໂອກາດດັ່ງກ່າວ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືຶອງວຽງທອງ ເລກທີ 385/ມວທ ວ່າດ້ວຍການມອບໃບຢັ້ງຢືນໃຫ້ຄອບຄົວສາມັກຄີປອງດອງ ຈຳນວນ 69 ຄອບຄົວ ທີ່ຍົກຍ້າຍມາຈາກເຂດທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເທີນ 1 ໂດຍເປັນກຽດມອບໃບຢັ້ງຢືນຂອງທ່ານ ວັນຄໍາ ເພັດໄຊຍະວົງ ຄະປະຈໍາພັກເມືອງ, ປະທ່ານແນວລາວສ້າງຊາດເມືອງ.

About admins16