ບ້ານໂພນໄຊ ພິສູດຫລັກຖານອອກໃບຕາດິນແບບເປັນລະບົບ

ໃນຕອນເຊົ້າວັນທີ 10 ທັນວາ 2021 ຢູທີ່ຫ້ອງການບ້ານໂພນໄຊ ເມືອງປາກກະດິງ ໄດ້ມີພິທີເປີດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ, ທ່ານ ເຄນທາ ພົມມະວົງ ຮອງຫົວຫນ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

 

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ວິຊາການໃນການຂື້ນທະບຽນທີ່ດິນປີ 2021 ແລະ ເຜີຍແຜ່ກົດໝາຍທີ່ດິນ-ກົດໝາຍທາງຫຼວງແຫ່ງຊາດ ແລະ ບົດບາດຍິງ-ຊາຍໃນການມີສິດນຳໃຊ້ທີ່ດິນ ພ້ອມທັງສະເໜີຫຍໍ້ຂັ້ນຕອນການເດີນສຳຫຼວດພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ ແລະ ເປີດໂອກາດໃຫ້ພໍ່ແມ່ປະຊາຊົນຊັກຖາມ ແລະ ແກ້ຂໍ້ຂ້ອງໃຈໃຫ້ປະຊາຊົນຮັບຮູ້ – ເຂົ້າໃຈເລິກເຊີ່ງກ່ຽວກັບຄວາມໝາຍຄວາມສຳຄັນຂອງການອອກໃບຕາດິນແບບເປັນລະບົບ.

ຈຸດປະສົງ ແມ່ນເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບ ຢູ່ບ້ານໂພນໄຊ ທີ່ມີເນື້ອທີ່ດິນກະສິກຳ 202 ຕອນ ແລະ ດິນປຸກສ້າງ 388 ຕອນໃນ 3 ເດືອນໃຫ້ສຳເລັດຕາມແຜນທີ່ວາງໄວ້.

 

 

About admin11