ບ້ານໂພນມຸງຄຸນ ເມືອງບໍລິຄັນ ຈັດກອງປະຊຸມປ່ອນບັດເລືອກຕັ້ງນາຍບ້ານຊຸດໃໝ່


ວັນທີ 27 ຕຸລາ 2020 ຢູ່ສະໂມສອນບ້ານ ໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປ່ອນບັດເລືອກຕັ້ງນາຍບ້ານຂອງຕົນຂື້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ.

ບ້ານໂພນມຸງຄຸນ ປະກອບມີ 286 ຫຼັງຄາເຮືອນ, 341 ຄອບຄົວ, ພົນລະເມືອງ 1.519 ຄົນ ຍິງ 747 ຄົນ, ມີ 2 ເຜົ່າ. ປະຊາຊົນພາຍໃນບ້ານ ສ່ວນຫຼາຍຢຶດຖືການປູກຝັງ – ລ້ຽງສັດ, ປູກພືດເປັນສິນຄ້າໂດຍມີເນື້ອທີ່ທຳການຜະລິດ ປະມານ 288 ເຮັກຕາ, ໃນນັ້ນ ມີສວນຢາງພາລາ, ສວນຕົ້ນໄມ້ໃຫ້ໝາກ ແລະ ອື່ນໆ ຈໍານວນໜື່ງ.

ພາຍຫລັງຄະນະບ້ານຊຸດເກົ່າ ອໍາລາໜ້າທີ່ ກໍ່ໄດ້ດຳເນີນການປ່ອນບັດເອົາຄະນະບ້ານຊຸດໃໝ່ ໂດຍມີຜູ້ສະໝັກ 2 ທ່ານ, ຄັດເລືອກເອົາ 1 ທ່ານ ຜົນການປ່ອນບັດ ເລືອກໄດ້ ທ່ານ ສົມພອນ ລໍວັນໄຊເປັນນາຍບ້ານ ແລະ ໄດ້ບົ່ງໂຕແຕ່ງຕັ້ງເອົາຜູ້ຊ່ວຍວຽກອີກ 4 ທ່ານ ຄື: ທ່ານ ເຄນ ລໍວັນໄຊ, ທ່ານ ອ໊ອດ ອາລຸນລາສີ ເປັນຮອງນາຍບ້ານ, ທ່ານ ສີສະໄໝ ຮຽງສຸວັນທອງ ແລະ ທ່ານ ນາງ ອົ້ມ ສີສົມພອນ ເປັນຄະນະ.

About admin11