ບ້ານໂພນຈະເລີນ ປັບປຸງການຈັດຕັ້ງບາງຕຳແໜ່ງງານ


ພິທີປະກາດການຈັດຕັ້ງບາງຕຳແໜ່ງງານ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 20 ຕຸລາ 2020 ຢູ່ທີ່ສະໂມສອນຂອງບ້ານ, ເປັນກຽດເຂົ້້າຮ່ວມຂອງທ່ານ ບຸນເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.

        ໃນກອງປະຊຸມ ທ່ານ ສີຕານ ສຸພັນທະວົງ ຕາງໜ້າພະນັກງານກໍ່ສ້າງຮາກຖານ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກເມືອງປາກກະດິງ ສະບັບເລກທີ 219/ຄປພ.ມປດ, ລົງວັນທີ 07 ຕຸລາ 2020, ຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ສະບັບເລກທີ 414/ມປດ, ລົງວັນທີ 15 ຕຸລາ 2020 ວ່າດ້ວຍການບົ່ງໂຕ ແຕ່ງຕັ້ງ ສະຫາຍ ຈຽງຄຳ ເຄນມະນີ ເປັນຄະນະພັກຮາກຖານ ແລະ ເປັນຮອງນາຍບ້ານໂພນຈະເລີນ, ມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງປາກກະດິງ ສະບັບເລກທີ 147/ຊໜ.ມປດ, ລົງວັນທີ 13 ຕຸລາ 2020 ວ່າດ້ວຍການຮັບຮອງເອົາ ສະຫາຍ ເຄນນ້ອຍ ເປັນເລຂາ ຄະນະຮາກຖານຊາວໜຸ່ມບ້ານ ແລະ 6 ສະຫາຍ ເປັນຄະນະ.

          ກອງປະຊຸມ ຍັງໄດ້ຜ່ານ ຂໍ້ຕົກລົງຂອງນາຍບ້ານ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂື້ນພາຍໃນບ້ານ ໃຫ້ມີຄວາມສະຫງົບໂດຍພື້ນຖານ.

        ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຊີ້ນຳຈາກຄະນະພັກຂັ້ນເທີງ ເຊີ່ງເນື້ອໃນໂອ້ລົມລ້ວນແຕ່ໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ການຈັດຕັ້ງ 5 ຕຳແໜ່ງງານຂອງບ້ານ ເອົາໃຈໃສ່ຊີ້ນຳນຳພາປະຊາຊົນພາຍໃນບ້ານເຄົາລົບຕໍ່ລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ, ພ້ອມກັນແຂ່ງຂັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ແລະ ເມືອງວາງອອກໃຫ້ປະກົດຜົນເປັນຈິງ.

About admin11