ບ້ານຫ້ວຍຫອຍ ໄດ້ຮັບນາມມະຍົດ ເປັນບ້ານໜັກແໜ້ນ, ເຂັ້ມແຂງ

     ຕອນເຊົ້າຂອງວັນທີ 9 ກຸມພາ 2022 ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ບ້ານໜັກແໜ້ນ, ເຂັ້ມແຂງ ປະຈໍາປີ 2022.

ພິທີຈັດຂື້ນຢູ່ສະໂມສອນບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການພາຍໃນເມືອງ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ບ້ານຫ້ວຍຫອຍ ປະກອບມີ 3 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າພ້ອງ, ມີ 432 ຄອບຄົວ, ຈໍານວນພົນ 2.350 ຄົນ, ຍິງ 1.572 ຄົນ, ຜ່ານການປະເມີນຕົວຈິງຂອງຄະນະຮັບຜິດຊອບ ເຫັນວ່າ ບ້ານຫ້ວຍຫອຍ ໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງບ້ານໄດ້ຄົບຕາມ 10 ມາດຕະຖານທີກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ ແລະ ແຕ່ລະມາດຖານຂອງບ້ານໜັກແໜ້ນເຂັ້ມແຂງແມ່ນໄດ້ກ່ວາ 80%.

ຈາກນັ້ນ ທ່ານ ຄໍາກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນບ້ານໜັກແໜ້ນເຂັ້ມແຂງໃຫ້ບ້ານດັ່ງກ່າວ.

 

 

About admin11